ໃນວັນທີ 10-13 ສິງຫາ 2021 ຜ່ານມາ ກົມກວດກາ ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມ ແນະນຳກ່ຽວກັບການກຳນົດຕົວຊີ້ບອກການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງການສຶກສາທິການ ແລະ ກີລາ 5 ປີ (2021-2025) ເປັນປະທານທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງ ສສກ ເຊິ່ງມີຜູ້ຮັບຜິດຊອບວຽກງານຕິດຕາມ ແລະ ປະເມີນຜົນໃນຂະແໜງການສຶກສາ ແລະ ກີລາ ຈາກພາກສ່ວນຕ່າງໆຂັ້ນກະຊວງ ລວມທັງຜູ້ຕາງໜ້າ 3 ພາກສ່ວນຈາກອະດີດກະຊວງວິທະຍາສາດ ແລະ ເທັກໂນໂລຊີຄື: ຫ້ອງການສະພາວິທະຍາສາດແຫ່ງຊາດ ກົມວິທະຍາສາດ ແລະ ສະຖາບັນຄຸ້ມຄອງວິທະຍາສາດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ນໍາສະເໜີຂອບຕິດຕາມ ແລະ ປະເມີນຜົນແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ 9 (2021-2025) ທິດທາງແຜນການ ແລະ ບັນດາເຄື່ອງມືສຳລັບການດຳເນີນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກີລາ ໃນ 5 ປີຕໍ່ໜ້າເຊັ່ນ: ຮ່າງຂອບຕິດຕາມ ແລະ ປະເມີນຜົນຂະແໜງການຍ່ອຍ 5 ປີ ປັດຈຸບັນມີ 10 ຂະແໜງ ການຍ່ອຍເຊັ່ນ: ການສຶກສາກ່ອນໄວຮຽນ ປະຖົມສຶກສາ ການມັດທະຍົມສຶກສາຕອນຕົ້ນ ມັດທະຍົມສຶກສາຕອນປາຍ ການສຶກສານອກໂຮງຮຽນ ການສຶກສາຄູ ອາຊີວະສຶກສາ ແລະ ອົບຮົມວິຊາຊີບ ການສຶກສາຊັ້ນສູງ ກີລາ-ກາຍຍະກຳ ການບໍລິຫານ ແລະ ຄຸ້ມຄອງການສຶກສາ. ສຳລັບວຽກງານວິທະຍາສາດ ຢູ່ໃນຂັ້ນຕອນສັງລວມແຜນວຽກງານວິທະຍາສາດເຂົ້າໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ) ຮ່າງບົດລາຍງານຜົນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈຳປີ ແລະ ປະຈໍາໄຕມາດ, ເຄື່ອງມືຕິດຕາມຕົວຊີ້ບອກ ແລະ ແນວຄວາມຄິດກ່ຽວກັບຮ່າງບົດລາຍງານຫຍໍ້ວຽກງານຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ໃນລະບົບຖານຂໍ້ມູນ LESMIS ພ້ອມດຽວກັນນັ້ນ ກອງປະຊຸມໄດ້ຟັງການແນະນຳກ່ຽວກັບຮ່າງແຜນປະຕິບັດງານ 3 ປີ ສຳລັບຂະແໜງການຍ່ອຍ ແລະ ລະບົບຖານຂໍ້ມູນຕ່າງໆໃນຂະແໜງການສຶກສາ ແລະ ກິລາ ຈາກກົມແຜນການ ກະຊວງສຶກສາທິການ ແລະ ກິລາ ເຊິ່ງເນື້ອໃນດັ່ງກ່າວມີຄວາມສຳຄັນສຳລັບການອອກແບບ, ການດຳເນີນການຕິດຕາມ ແລະ ປະເມີນຜົນ ໂດຍສະເພາະການເຊື່ອມໂຍງ ແລະ ນຳໃຊ້ລະບົບຖານຂໍ້ມູນທີ່ມີຢູ່ແລ້ວເຂົ້າໃນວຽກງານຕິດຕາມ ແລະ ປະເມີນຜົນ ນອກຈາກນີ້ ທີມງານຂອງແຜນງານບີຄວາ ຮ່ວມກັບຄະນະຮັບຜິດຊອບເນື້ອໃນກອງປະຊຸມ ໄດ້ລົງເລິກແນະນຳການສ້າງແຜນປະຕິບັດງານຂະແໜງການຍ່ອຍ 3 ປີ ແລະ ຂອບຕິດຕາມແຜນປະຕິບັດງານດັ່ງກ່າວ ການກຳນົດຕົວຊີ້ບອກເພື່ອຕິດຕາມ ແລະ ປະເມີນຜົນຄວາມຄືບໜ້າການຈັດຕັ້ງປະຕິບັດຍຸດທະຍາດ ແລະ ວຽກຈຸດສຸມ 5 ປີ ຂອງແຜນພັດທະນາຂະແໜງການສຶກສາ ແລະ ກີລາ 5 ປີ ຄັ້ງທີ 9 ໃນແຕ່ລະໄລຍະ ໂດຍອີງໃສ່ຄຸນລັກສະນະຂອງທິດສະດີ ສະມາທ (SMART indicators).


ທ່ານຮອງລັດຖະມົນຕີ ກະຊວງ ສສກ ໄດ້ເນັ້ນກ່າວເນັ້ນວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນດັ່ງກ່າວມີປະສິດທິພາບ ປະສິດທິຜົນ ແລະ ບັນລຸໄດ້ຕາມເປົ້າໝາຍທີ່ກຳນົດໄວ້ ເພື່ອເຮັດໃຫ້ພົນລະເມືອງລາວທຸກຄົນ ເຂົ້າເຖິງການສຶກສາ ແລະ ກິລາ-ກາຍຍະກຳ ທີ່ມີຄຸນນະພາບ ເພື່ອໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ຊຸກຍູ້ເພື່ອບັນລຸການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ 4.’’ ດັ່ງນັ້ນ ທຸກພາກສ່ວນລວມທັງອົງການຈັດຕັ້ງພາກລັດ ເອກະຊົນ ແລະ ຄູ່ຮ່ວມພັດທະນາ ຕ້ອງຮ່ວມມືກັນນຳເອົາບັນດານະໂຍບາຍ ແລະ ຍຸດທະສາດໄປຜັນຂະຫຍາຍເປັນແຜນປະຕິບັດຕົວຈິງໃນແຕ່ລະປີຢ່າງມີຄາດໝາຍ ແລະ ຈຸດສຸມຢ່າງຈະແຈ້ງ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມ ເພື່ອກະກຽມຈັດຕັ້ງປະຕິບັດການຕິດຕາມ ແລະ ປະເມີນຜົນແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ 5 ປີ ຄັ້ງທີ 9 (2021-2025) ໂດຍການເຂົ້າຮ່ວມຈາກທຸກພາກສ່ວນຂັ້ນກະຊວງ ໂດຍການສະໜັບ ສະໜູນທາງດ້ານງົບປະມານ ຂອງລັດຖະບານອົດສະຕຣາລີ.