ນວ ໄດ້ຮັບການປະກອບສ່ວນຕ້ານໂຄວິດ-19 ມູນຄ່າ 88 ລ້ານກີບ

    ວັນທີ 21 ກັນຍາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມຄະນະ ໄດ້ປະກອບສ່ວນອຸປະກອນການແພດຈໍາເປັນ ແລະ ເງິນສົດຈໍານວນໜຶ່ງ ໃຫ້ກັບນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນຕ້ານ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກວ້າງໃນຊຸມຊົນ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.

    ອຸປະກອນການແພດທີ່ມອບຄັ້ງນີ້ ປະກອບມີຜ້າອັດປາກ-ອັດດັງ ເຈວລ້າງມື ເຫຼົ້າເກົ້າສິບ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ນອກນັ້ນ ຍັງມີເງິນສົດອີກ 10 ລ້ານກີບ ລວມມູນຄ່າທັງໝົດ 88.000.000 ກີບ.

.#  ຂ່າວ – ພາບ :  ຂັນທະວີ

error: Content is protected !!