ການນໍາແຂວງຄໍາມ່ວນ ສືບຕໍ່ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ

    ຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈໍານວນ 5 ຄະນະ ໄດ້ແບ່ງຄວາມຮັບຜິດຊອບກັນລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກ ໃນໄລຍະປະຕິບັດມາດຕະການປ້ອງກັນໂຄວິດ-19  ໃນວັນທີ 20 ກັນຍາ 2021 ເຊິ່ງລວມມີ 8 ບ້ານ 123 ຄອບຄົວ.

    ຈຸດທີ 1 ຫ້ອງການບ້ານທ່າແຂກໃຕ້ ນໍາໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ສະເພາະຈຸດນີ້ ລວມມີທັງໝົດ 2 ບ້ານ 20 ຄອບຄົວຄື: ບ້ານທ່າແຂກໃຕ້ 14 ຄອບຄົວ ແລະ ບ້ານຈອມແຈ້ງ 06 ຄອບຄົວ.

    ຈຸດທີ 2 ຫ້ອງບ້ານສົມສະນຸກ ນໍາໂດຍທ່ານ ສົມພົງ ວັນໄພທອງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ສະເພາະຈຸດນີ້ ລວມມີທັງໝົດ 1 ບ້ານ 25 ຄອບຄົວຄືບ້ານສົມສະນຸກ.

    ຈຸດທີ 3 ບ້ານດອນເຄື່ອນຊ້າງ ນໍາໂດຍທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ພ້ອມດ້ວຍຄະນະ ສະເພາະຈຸດນີ້ລວມມີທັງໝົດ 1 ບ້ານ 13 ຄອບຄົວຄື:  ບ້ານດອນເຄື່ອນຊ້າງ.

   ຈຸດທີ 4 ຫ້ອງການບ້ານໜອງບົວຄໍາ ນໍາໂດຍທ່ານນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງ ພ້ອມດ້ວຍຄະນະ ສະເພາະຈຸດນີ້ ລວມມີທັງໝົດ 1 ບ້ານ 26 ຄອບຄົວຄື: ບ້ານໜອງບົວຄໍາ.

    ຈຸດທີ 5 ຫ້ອງການບ້ານເລົ່າໂພຄໍາ ນໍາໂດຍທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ສະເພາະຈຸດນີ້ ລວມມີທັງໝົດ 3 ບ້ານ 21 ຄອບຄົວຄື: ບ້ານເລົ່າໂພໄຊ 27 ຄອບຄົວ ບ້ານເລົ່າໂພຄໍາ 9 ຄອບຄົວ ແລະ ບ້ານໜອງໝ້ຽງ 3 ຄອບຄົວ .

    ການລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອຂອງຄະນະສະເພາະກິດຂັ້ນແຂວງໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຂັ້ນແຂວງ ຂັ້ນເມືອງວາງອອກໃນໄລຍະລັອກດາວ ພ້ອມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ລວມເຖິງຂໍ້ສະເໜີບາງດ້ານຈາກຂັ້ນບ້ານ ເພື່ອໃຫ້ຂັ້ນເທິງໄດ້ຄົ້ນຄວ້າພິຈາລະນາຕື່ມອີກ.

    ສໍາລັບເຄື່ອງຊ່ວຍເຫຼືອບັນເທົາທຸກທີ່ທາງການນໍາຂັ້ນແຂວງ ພ້ອມດ້ວຍຄະນະ ນໍາໄປມອບໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກໄລຍະປະຕິບັດມາດຕະການປ້ອງກັນໂຄວິດ-19 ໃນ 5 ຈຸດດັ່ງກ່າວ ລວມມີຈໍານວນທັງໝົດ 123 ຊຸດ ເຊິ່ງແຕ່ລະຊຸດປະກອບມີ:ເຂົ້າສານ 10-20 ກິໂລ ໝີ່ໄວໆ 1 ແກັດ ປາກະບ໋ອງ 1 ແພັກ (ຄອບຄົວໃດທີ່ມີຈໍານວນຄົນ 5 ຄົນລົງມາ ແມ່ນໄດ້ຮັບເຂົ້າສານ 10 ກິໂລ ຄອບຄົວໃດທີ່ມີຈໍານວນຄົນ 6 ຄົນຂຶ້ນໄປ ແມ່ນໄດ້ຮັບເຂົ້າສານ 20 ກິໂລ).

    ໃນໂອກາດນີ້ ການນໍາທັງສາມຄະນະດັ່ງກ່າວ ຍັງໄດ້ຝາກຄວາມເປັນຫ່ວງເປັນໄຍມາຍັງພໍ່ແມ່ປະຊາຊົນ ພ້ອມທັງເນັ້ນໜັກໃຫ້ຄະນະພັກ ອໍານາດການປົກຄອງບ້ານ ຈົ່ງເຂັ້ມງວດໃນການສືບຕໍ່ໂຄສະນາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 08 ຂອງເຈົ້າແຂວງ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ພ້ອມທັງມາດຕະການຕໍ່ຜູ້ລະເມີດເລກທີ 06 ທີ່ຄະນະສະເພາະກິດຂັ້ນແຂວງໄດ້ກໍານົດອອກ ຕະຫຼອດຮອດການເຜີຍແຜ່ໂຄສະນາຂໍ້ມູນຂ່າວສານຂອງທາງການໃນແຕ່ລະວັນ ໂດຍຜ່ານລະບົບໂທລະໂຄ່ງຂອງບ້ານ ເພື່ອໃຫ້ປະຊາຊົນໃນເຂດຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້ ເຊື່ອມຊຶມເຂົ້າໃຈຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການ.

# ຂ່າວ – ພາບ ສີພອນ

error: Content is protected !!