ໄດ້ຫຍັງຈາກການ Lockdown ປິດເມືອງ

     ຫຼາຍໆຄົນ  ຄົງຍັງມີຄໍາຖາມໃນໃຈວ່າ ເປັນຫຍັງຈຶ່ງມີການລ໋ອກດາວປິດເມືອງ  ປິດເມືອງແລ້ວໄດ້ຫຍັງແດ່ ?. ເພື່ອສ້າງຄວາມເຂົ້າໃຈໃຫ້ບັນດາທ່ານ ໃນໂອກາດຖະແຫຼງຂ່າວຂອງຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 21 ກັນຍາ 2021 ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃຫ້ຮູ້ວ່າ: ສິ່ງທີ່ໄດ້ຈາກການລ໋ອກດາວ ປິດເມືອງ ກໍຄືການປິດການເຄື່ອນໄຫວນັ້ນ: 

  • ການປ້ອງກັນບໍ່ໃຫ້ເກີດການກະຈາຍຂອງເຊື້ອລຸກລາມຈົນຄວບຄຸມບໍ່ໄດ້.
  • ຮັກສາສຸຂະພາບ ຄວາມປອດໄພ ແລະ ຊີວິດໃຫ້ແກ່ປະຊາຊົນ. 
  • ຫຼຸດຜ່ອນຄວາມແອອັດ ແລະ ຫຼຸດຜ່ອນພາລະອັນໜັກໜ່ວງຂອງທີມແພດ ພະຍາບານ ເຈົ້າໜ້າທີ່ທີ່ຮັບຜິດຊອບສະຖານກັກກັນ ແລະ ສະຖານທີ່ປິ່ນປົວຜູ້ຕິດເຊື້ອ. 

    ສິ່ງທີ່ກ່າວມານັ້ນ ແມ່ນສິ່ງທີ່ໄດ້ ແລະ ຖ້າທຸກພາກສ່ວນໃນສັງຄົມເອົາໃຈໃສ່ປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຄັງຄັດ ເຊັ່ນ:ບໍ່ອອກຈາກເຮືອນຖ້າບໍ່ຈຳເປັນ ບໍ່ໂຮມຊຸມນຸມກັນ ບໍ່ຊຸມແຊວກັນເປັນກຸ່ມ ຫຼີກເວັ້ນການເດີນທາງໄປສະຖານທີ່ແອອັດ ການອອກໄປຊື້ເຄື່ອງອຸປະໂພກບໍລິໂພກກໍຄວນໄປຄັ້ງ ຫຼື ສອງຄັ້ງຕໍ່ອາທິດ ແລະ ບໍ່ແອອັດໃນບ່ອນຂາຍເຄື່ອງ ຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ດັງ ລ້າງມືເລື້ອຍໆ ຮັກສາມາລະຍາດໃນການໄອຈາມ ອະນາໄມຂ້າເຊື້ອຈຸດທີ່ມີຄວາມສ່ຽງ ອີກຢ່າງໜຶ່ງ ທີ່ສຳຄັນກໍຄືການໄປຮັບວັກຊີນເພື່ອສ້າງພູມຄຸ້ມກັນໝູ່ ເຊິ່ງສາມາດປ້ອງກັນຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດ.

#  ຂ່າວ – ພາບ :  ເພັດສະໝອນ

error: Content is protected !!