ການຮຽນ-ການສອນທາງອອນລາຍ ສໍາລັບໂຮງຮຽນລັດ ຍັງເປັນບັນຫາຫຍຸ້ງຍາກ

    ການຈັດຕັ້ງປະຕິບັດການຮຽນ-ການສອນອອນລາຍ ໃນສົກຮຽນ 2021-2022 ໃນທ່າມກາງສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ເຫັນວ່າຍັງພົບຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະແມ່ນໂຮງຮຽນພາກລັດ ເນື່ອງຈາກຄວາມບໍ່ພ້ອມຂອງຜູ້ປົກຄອງ ແລະ ນັກຮຽນເຊັ່ນ: ອຸປະກອນ ທີ່ຈະນໍາໃຊ້ເຂົ້າໃນການຮຽນຂອງນັກຮຽນ (ໂທລະສັບມືຖື ຫຼື ຄອມພິວເຕີ).

    ທ່ານ ນາງ ບຸນມາ ໂພທິລາດ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນ ຈັນສະຫວ່າງ ໄດ້ໃຫ້ສຳພາດເມື່ອທ້າຍອາທິດທີ່ຜ່ານມານີ້ວ່າ: ໂຮງຮຽນ ມສ ຈັນສະຫວ່າງ ຕັ້ງຢູ່ເຂດບ້ານວຽງຄໍາ-ຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ມີນັກຮຽນທີ່ໄດ້ມາລົງທະບຽນຮຽນແຕ່ຊັ້ນ ມ1 ຫາ ມ7 ທັງໝົດ 1.700 ກວ່າຄົນ ທຽບໃສ່ສົກຮຽນປີຜ່ານມາ ເພີ່ມຂຶ້ນເກືອບ 200 ຄົນ ມີຫ້ອງຮຽນ 23 ຫ້ອງ ແລະ ຄູ-ອາຈານ 39 ຄົນ ສຳລັບການຮຽນ-ການສອນໃນສົກຮຽນນີ້ ຍັງບໍ່ທັນໄດ້ເປີດຮຽນເທື່ອ ບໍ່ວ່າຈະຮຽນພາກອອນລາຍ ຫຼື ພາກປົກກະຕິ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນເຂດຊຸມຊົນຍັງມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະຢູ່ ນວ ເຮັດໃຫ້ການຮຽນ-ການສອນ ແມ່ນໄດ້ຖືກໂຈະໃນທຸກຊັ້ນ ທຸກຂັ້ນຮຽນ.

    ແຕ່ເຖິງຢ່າງໃດກໍຕາມ ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ເຫັນດີໃຫ້ໂຮງຮຽນໃດທີ່ມີຄວາມພ້ອມ ໃຫ້ເປີດການຮຽນ-ການສອນທາງອອນລາຍໄດ້ ແຕ່ສຳລັບ ມສ ຈັນສະຫວ່າງ ຖ້າຈະມາຈັດຕັ້ງການຮຽນ-ການສອນທາງອອນລາຍ ກໍອາດເປັນໄປໄດ້ຍາກທີ່ສຸດ ຄູ-ອາຈານ ມີຄວາມພ້ອມທຸກດ້ານ ແຕ່ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນຍັງບໍ່ພ້ອມ ເນື່ອງຈາກວ່ານັກຮຽນສ່ວນຫຼາຍເປັນຊົນເຜົ່າ ມາຈາກຄອບຄົວທີ່ທຸກຍາກ ແລະ ບໍ່ມີໂທລະສັບໃຊ້ ບາງຄອບຄົວມີລູກ 2 ຫາ 3 ຄົນ ເຮັດໃຫ້ພໍ່ແມ່ຜູ້ປົກຄອງບໍ່ສາມາດຕອບສະໜອງອຸປະກອນຮັບໃຊ້ການຮຽນໃຫ້ລູກໄດ້ ແລະ ບາງຄອບຄົວກໍບໍ່ມີມືຖື ເຊິ່ງຄູ-ອາຈານ ພວກເຮົາໄດ້ປຶກສາຫາລືກັນ ເພື່ອຊອກຫາວິທີທາງຈະເຮັດໃຫ້ໄດ້ເປີດການຮຽນ-ການສອນທາງອອນລາຍ ສະເພາະຊັ້ນ ມ4 ແລະ ມ7 ກ່ອນ ເພາະວ່າມັນເປັນປີສຸດທ້າຍຂອງຊັ້ນຮຽນ ຈຳເປັນຈະຕ້ອໄດ້ຮຽນ ແລະ ໄດ້ສອບເສັງໃຫ້ຈົບໂຄງການ.

    ໂອກາດນີ້ ທ່ານຜູ້ອໍານວຍການໂຮງຮຽນ ໄດ້ຮຽກຮ້ອງເຖິງພາກສ່ວນທີ່ກ່ຽວຂ້ອງ ລວມເຖິງພໍ່ແມ່ຜູ້ປົກຄອງ ຈົ່ງເຫັນຄວາມສຳຄັນຂອງການຮຽນ-ການສຶກສາຂອງລູກຫຼານ ເພາະວ່າບົດຮຽນ ແລະ ວຽກບ້ານຕ່າງໆ ຄູ-ອາຈານຈະສົ່ງຜ່ານທາງວອດແອັບ ບັນຫານີ້ ພວກເຮົາກຳລັງປະສານສົມທົບກັບອຳນາດການປົກຄອງຂັ້ນບ້ານ ເພື່ອເກັບກຳຈຳນວນຄອບຄົວ ຫຼື ຜູ້ປົກຄອງຂອງນັກຮຽນທີ່ມີບັນຫາດັ່ງກາວ ແລະ ທາງໂຮງຮຽນຈະໄດ້ໃຫ້ຄໍາແນະນຳແກ່ຜູ້ປົກຄອງ ໃຫ້ບອກລູກຫຼານຂອງຕົນມານຳໃຊ້ຄອມພິວເຕີຢູ່ພາຍໃນໂຮງຮຽນໄດ້.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!