ອີງຕາມບົດລາຍງານຂອງທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນ 17 ກັນຍາ 2021ໃຫ້ຮູ້ວ່າ: ການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງລະຫວ່າງຂະແໜງກະສິກຳ ແລະ ການທ່ອງທ່ຽວ ໄດ້ປະກອບສ່ວນໃຫ້ແກ່ການຟື້ນຕົວ ແລະ ການຂະຫຍາຍຕົວຢ່າງສົມດຸນໃນ ສປປ ລາວ ໂດຍສະເພາະຂະແໜງກະສິກຳ ແລະ ການທ່ອງທ່ຽວ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ “ການສ້າງວຽກທີ່ມີຄຸນນະພາບ ແລະ ມີປະສິດທິພາບ ແມ່ນເປັນໜຶ່ງໃນບັນດາບູລິມະສິດທີ່ສຳຄັນຕົ້ນຕໍຂອງນະໂຍບາຍຂອງລັດຖະບານ ປັດຈຸບັນແມ່ນມີຄວາມສຳຄັນຫຼາຍ ບໍ່ພຽງແຕ່ການຟື້ນຕົວຈາກການຕົກຕໍ່າທາງດ້ານເສດຖະກິດ ອັນເນື່ອງຈາກການແຜ່ລະບາດພະຍາດເທົ່ານັ້ນ ແຕ່ຍັງເປັນການສ້າງສາພັດທະນາໄປຂ້າງໜ້າໃຫ້ດີກວ່າເກົ່າ. ການເອົາອຸດສະຫະກຳກະສິກຳ ແລະ ການທ່ອງທ່ຽວ ເປັນຈຸດສູນກາງຂອງການຟື້ນຕົວຂອງພວກເຮົາ ໄປພ້ອມກັບຍຸດທະສາດໃນການສ້າງຄວາມເຂັ້ມແຂງດ້ານການປະສານງານຂອງຂະແໜງການ ໄດ້ສ້າງໂອກາດໃນການເລີ່ມການຟື້ນຟູເສດຖະກິດ ຕາມທິດທາງສີຂຽວ ແລະ ພ້ອມຮັບກັບການປ່ຽນແປງ ແລະ ອື່ນໆ.
ບົດລາຍງງານທີ່ມີຫົວຂໍ້ ການພັດທະນາກະສິກຳ ແລະ ທ່ອງທ່ຽວ ເພື່ອການຈະເລີນເຕີບໂຕທີ່ສົມດຸນ ໄດ້ສຶກສາເບິ່ງຜະລິດຕະພາບກະສິກຳທີ່ສູງກວ່າເກົ່າ ແລະ ຕະຫຼາດໃໝ່ສຳລັບການທ່ອງທ່ຽວ ວ່າສາມາດຊ່ວຍຫຼຸດຜ່ອນອັດຕາຄວາມທຸກຍາກໄດ້ແນວໃດ ບົດລາຍງານຊີ້ໃຫ້ເຫັນວ່າ ຂະແໜງກະສິກໍາໄດ້ສ້າງວຽກເຮັດງານທຳປະມານ 60% ຂອງຈຳນວນແຮງງານທັງໝົດຢູ່ໃນ ສປປ ລາວ ເຊິ່ງໃນຂະນະດຽວກັນ ໃນຈໍານວນ 42.000 ຄົນຂອງປະຊາຊົນທີ່ເປັນແຮງງານ ມີແມ່ຍິງກວມເອົາ 62% ໄດ້ເຮັດວຽກຢູ່ໃນຂະແໜງການທ່ອງທ່ຽວ ກ່ອນທີ່ຈະມີການລະບາດພະຍາດໂຄວິດ-19.
ທ່ານ ນາງ ໂຊໂນມິ ທະນາກະ ຜູ້ຕາງໜ້າ ADB ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ຕື່ມວ່າ “ ຜົນຕອບແທນຈາກຊັບພະຍາກອນທຳ ມະຊາດຂອງ ສປປ ລາວ ໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຕະຫຼອດສາມທົດສະວັດທີ່ຜ່ານມາ ແຕ່ການຈະເລີນເຕີບໂຕ ແລະ ການສ້າງວຽກເຮັດງານທໍາຂອງປະເທດ ຍັງບໍ່ໄປໄວເທົ່າທີ່ຄວນ ການຈະເລີນເຕີບໂຕທີ່ສ້າງຄວາມຍືນຍົງ ແລະ ຄວາມຮັ່ງມີ ແມ່ນໄດ້ຮຽກຮ້ອງໃຫ້ສຸມໃສ່ທັງຄຸນນະພາບ ແລະ ປະລິມານຂອງວຽກ ພ້ອມທັງເລັ່ງໃຫມີການເຊື່ອມໂຍງລະຫວ່າງອຸດສະຫະກຳກະສິກຳ ແລະ ການທ່ອງທ່ຽວ ໃຫ້ໂອກາດໃນການສ້າງຊິວິດການເປັນຢູ່ແບບໃໝ່ ແລະ ດີກວ່າເກົ່າ ເພື່ອການຟື້ນຕົວຈາກໂຄວິດ-19 ຢ່າງສົມດຸນ ແລະ ພ້ອມຮັບກັບການປ່ຽນແປງ”.
ບົດລາຍງານຍັງໄດ້ໃຫ້ຮູ້ວ່າ ໃນປີ 2019 ການທ່ອງທ່ຽວໃນ ສປປ ລາວ ໄດ້ສະໜັບສະໜູນການຂະຫຍາຍຕົວຂອງຂະແໜງອຸດສະຫະກຳລ້ຽງສັດ ແລະ ການປະມົງ ການປະກອບອັນສຳຄັນຂອງທຸລະກິດການທ່ອງທ່ຽວ ກໍຍັງໄດ້ຊ່ວຍຊື້ ແລະ ໂຄສະນາຜັກປອດສານພິດ ທຸລະກິດການທ່ອງທ່ຽວສາມາດເປັນສ່ວນໜຶ່ງຂອງຕ່ອງໂສ້ມູນຄ່າໃໝ່ຂອງກະສິກຳ ໂດຍສະເພາະ ຜັກ ແລະ ສັດລ້ຽງ ການຈໍາກັດໃນການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ ໄດ້ສ້າງຜົນດີແກ່ອຸດສະຫະກຳການທ່ອງທ່ຽວ ຍ້ອນຜູ້ບໍລິໂພກໃນບັນດາປະເທດອ້ອມຂ້າງ ຖືວ່າສິນຄ້າກະສິກຳຈາກ ສປປ ລາວ ແມ່ນສະອາດ ແລະ ປອດໄພ.
ກ່ອນການລະບາດພະຍາດໂຄວິດ-19 ອຸດສະຫະກຳການທ່ອງທ່ຽວໃນ ສປປ ລາວ ແມ່ນມີການຂະຫຍາຍຕົວໄວ ຕົວເລກນັກທ່ອງທ່ຽວຕ່າງປະເທດເຂົ້າມາສູງເຖິງ 4,1 ລ້ານເທື່ອຄົນ ໃນປີ 2018 ເຊິ່ງໄດ້ປະກອບສ່ວນເຂົ້າໃນຜະລິດຕະພັນພາຍໃນປະເທດ 12% ເຖິງຢ່າງໃດກໍຕາມ ການໃຊ້ຈ່າຍຂອງນັກທ່ອງທ່ຽວຕ່າງປະເທດໃນ ສປປ ລາວ ສະເລ່ຍຢູ່ 200 ໂດລາສະຫະລັດຕໍ່ຄົນ ແມ່ນຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງມັນຊີ້ໃຫ້ເຫັນເຖິງຄວາມຕ້ອງການໃຫ້ມີການຍົກລະດັບພື້ນຖານໂຄງລ່າງຂອງການທ່ອງທ່ຽວ. ອີງຕາມບົດລາຍງານຊີ້ໃຫ້ເຫັນອີກວ່າ: ການກີດຂວາງການເດີນທາງໃນໄລຍະການລະບາດພະຍາດຂອງໂຄວິດ-19 ໄດ້ບັງຄັບໃຫ້ເຄິ່ງໜຶ່ງຂອງ 360 ຫົວໜ່ວຍທຸລະກິດການທ່ອງທ່ຽວທີ່ໄດ້ຖືກສໍາຫຼວດ ປິດກິດຈະການຊົ່ວຄາວ ເຊິ່ງ 70% ຂອງຈຳນວນພະນັກງານຂອງຫົວໜ່ວຍທຸລະກິດເຫຼົ່ານັ້ນໄດ້ຖືກພັກວຽກ ລັດຕ້ອງມີມາດຕະການແກ້ໄຂຢ່າງທັນການ ເພື່ອຊຸກຍູ້ຂະແໜງທ່ອງທ່ຽວ ການຊຸກຍູ້ນີ້ ສາມາດລວມເອົາການຊ່ວຍເຫຼືອທາງການເງິນແກ່ທຸລະກິດການທ່ອງທ່ຽວ ເລັ່ງການສັກຢາວັກແຊງຕ້ານໂຄວິດ-19 ແລະ ສ້າງໃຫ້ສາມາດເປີດການທ່ອງທ່ຽວຄືນຢ່າງມີຄວາມຮັບຜິດຊອບ ໂດຍຜ່ານການສື່ສານທີ່ມີຄວາມໂປ່ງໃສ ມີປະສິດທິພາບ ແລະ ຈະແຈ້ງ ຕໍ່ກັບມາດຕະການດ້ານສຸຂະພາບ ແລະ ຄວາມປອດໄພ. ໃນໄລຍະຍາວ ບົດລາຍງານໃຫ້ຄຳແນະນຳ ໃຫ້ມີການລົງທຶນໃນຂະແໜງກະສິກຳ ແລະ ການທ່ອງທ່ຽວ ລວມທັງການເຊື່ອມໂຍງອຸດສາຫະກຳເຊັ່ນ: ອຸດສາຫະກຳການຂົນສົ່ງ ຊົນລະປະທານ ການບໍລິການໃນຕົວເມືອງ ແລະ ພື້ນຖານໂຄງລ່າງເຊື່ອມຕໍ່ທາງດ້ານດີຈິິຕັອນ. ການສ້າງຊັບພະຍາກອນມະນຸດ ເພື່ອຮັບປະກັນການບໍລິການທີ່ມີຄຸນນະພາບສູງ ການຂະຫຍາຍການຍົກເວັ້ນວີຊາ ແລະ ການສົ່ງເສີມການຜະລິດ ແລະ ພ້ອມທັງໃຫ້ການຢັ້ງຢືນອາຫານທີ່ປອດສານພິດ ກໍແມ່ນໜຶ່ງໃນບັນດາຄຳແນະນຳເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ. ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸໃຫ້ ພາກພື້ນອາຊີປາຊີຟິກມີຄວາມຈະເລີນກ້າວໜ້າຢ່າງທົ່ວເຖິງ ພ້ອມຮັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລຶບລ້າງຄວາມທຸກຍາກ ADB ຖືກສ້າງຕັ້ງຂຶ້ນໃນປີ 1966 ໂດຍມີ 68 ປະເທດສະມາຊິກເປັນເຈົ້າຂອງ ໃນນັ້ນມີ 49 ປະເທດມາຈາກພາກພື້ນດັ່ງກ່າວ.
# ຂ່າວ – ພາບ : ທະນາຄານພັດທະນາອາຊີ