ມື້ນີ້ນະຄອນຫຼວງ ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 176 ຄົນ

    ປັດຈຸບັນ ການແຜລະບາດຂອງພະຍາດໂຄວິດ-19 ຈາກກໍລະນີນຳເຂົ້າຈາກຕ່າງປະເທດ ມີທ່າອ່ຽງຫຼຸດລົງ ແຕ່ການລະບາດໃນຊຸມຊົນຢູ່ບັນດາແຂວງ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ (ນວ) ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ຖ້າທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ ເຫັນວ່າອັດຕາການຕິດເຊື້ອໃນຊຸມຊົນທົ່ວປະເທດເພີ່ມຂຶ້ນ 72% ຕາມການຖະແຫຼງຂ່າວຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 21 ກັນຍາ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ວັນທີ 20 ກັນຍາ ໄດ້ເກັບຕົວຢ່າງມາກວດ 6.508 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊື້ອ 331 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາຈາກຕ່າງປະເທດຕາມຈຸດຜ່ານແດນສາກົນ 35 ຄົນຄື ສະຫວັນນະເຂດ 10 ຄົນ ຫຼວງພະບາງ 8 ຄົນ ຄຳມ່ວນ 7 ຄົນ ຈຳປາສັກ 5 ຄົນ ນະຄອນຫຼວງ 3 ຄົນ ສາລະວັນ 2 ຄົນ ແລະ ຕິດເຊື້ອໃນຊຸມຊົນ 296 ຄົນຄື ນະຄອນຫຼວງ 176 ຄົນ ໃນນັ້ນ ໃນກຸ່ມໂຮງງານອານພີລາວ 72 ຄົນ ສະຫວັນນະເຂດ 7 ຄົນ ຈຳປາສັກ 59 ຄົນ ຄຳມ່ວນ 28 ຄົນ ສາລະວັນ 3 ຄົນ ບໍ່ແກ້ວ 3 ຄົນ ວຽງຈັນ 6 ຄົນ ຫຼວງພະບາງ 6 ຄົນ ຊຽງຂວາງ 8 ຄົນ. ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 19.730 ຄົນ ເສຍຊີວິດສະສົມ 16 ຄົນ ກຳລັງປິ່ນປົວ 4.596 ຄົນ ປັດຈຸບັນມີສູນຈຳກັດບໍລິເວນ 6.818 ຄົນ.

#  ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!