ມື້ທໍາອິດຂອງການລັອກດາວ ເຫັນວ່າການສັນຈອນຂອງລົດຍັງມີຄວາມແອອັດ

    ທ່ານ ພັນໂທ ບົວພັນ ພິພັກຂະວົງ ຮອງ ປກສ ກຸ່ມ 5 ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 20 ກັນຍາ 2021 ວ່າ: ການປະຕິບັດໜ້າທີ່ປະຈໍາຢູ່ຈຸດເຄິ່ງກາງຂອງເສັ້ນທາງແຕ່ໄຟແດງຫໍປະຊຸມແຫ່ງຊາດ ຫາຂົວໜອງໜຽງ ໂດຍສົມທົບກັບພະນັກງານກໍ່ສ້າງຮາກຖານທີ່ມາຈາກກະຊວງປ້ອງກັນຄວາມສະຫງົບ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ບ້ານ ເຊິ່ງມື້ທໍາອິດຂອງການປະຕິບັດຄໍາສັ່ງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 016/ຈນວ ພວກເຮົາໄດ້ຕັ້ງຈຸດກວດການເດີນທາງໄປມາຂອງພໍ່ແມ່ປະຊາຊົນຢູ່ຕາມເສັ້ນທາງດັ່ງກ່າວ ແລະ ເຫັນວ່າ ສະພາບລົດສັນຈອນໄປມາຖືວ່າຍັງຫຼາຍ ປະຊາຊົນຍັງບໍ່ມີຄວາມຕື່ນຕົວຕໍ່ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງບໍ່ທັນເຮັດໄດ້ດີ ປະຊາຊົນຍັງທຽວໄປມາຫຼາຍ ໃນນີ້ ໄດ້ລັດ ພ້ອມທັງຕັກເຕືອນພໍ່ແມ່ປະຊາຊົນໃຫ້ພ້ອມກັນຢູ່ເຮືອນ ເພື່ອເປັນສ່ວນໜຶ່ງປະກອບສ່ວນຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19.

    ສໍາລັບການປະຈໍາການຈຸດດັ່ງກ່າວເລີ່ມແຕ່ 8:00 ໂມງ ຫາ 16:00 ໂມງ ພ້ອມນັ້ນ ໄດ້ແຕ່ງຈຸຜັດປ່ຽນກັນເວນຍາມເຊິ່ງໃຊ້ກໍາລັງ 10-25 ຄົນຕໍ່ມື້ ຕໍ່ກັບສະພາບການນີ້ ໃຫ້ສັງຄົມມີສ່ວນຮ່ວມປະຕິບັດຄໍາສັ່ງຂອງເຈົ້າຄອງຢ່າງເຂັ້ມງວດ ແລະ ເຂົ້າໃຈເຖິງຜົນຮ້າຍຂອງພະຍາດໂຄວິດ-19 ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າຫາກມີການຊຸມແຊວ ໃຫ້ແຈ້ງຕໍ່ອໍານາດການປົກຄອງບ້ານ ແລະ ໜ່ວຍງານກ່ຽວຂ້ອງໂດຍໄວ ເພື່ອຈະໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ.

..

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!