11 ຄອບຄົວ ຢູ່ 3 ບ້ານຂອງເມືອງໄຊທານີ ໄດ້ຮັບເຂົ້າສານໜຽວ

    ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ວັນທີ 20 ກັນຍາ 2021 ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ທ່ານ ໂຢ້ ສ້ອຍສຸວັນ ຮອງຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ ໄດ້ສືບຕໍ່ມອບເຂົ້າສານໜຽວໃຫ້ກັບຄອບຄົວທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ 3 ບ້ານຂອງເມືອງໄຊທານີ ເຊິ່ງການມອບຄັ້ງນີ້ ໄດ້ສົມທົບກັບຫ້ອງວ່າການປົກຄອງເມືອງ ແລະ ຫ້ອງການແຮງງານ ສະຫວັດດີການ-ສັງຄົມເມືອງໄຊທານີ ແລະ ຕາງໜ້າຮັບແມ່ນອົງການປົກຄອງບ້ານ 3 ບ້ານ ຈາກນັ້ນ ໄດ້ສືບຕໍ່ມອບໃຫ້ກັບຄອບຄົວເປົ້າໝາຍ.

    ການມອບເຂົ້າໃຫ້ 3 ບ້ານຂອງເມືອງໄຊທານີ ທີ່ຕິດເຊື້ອພະຍາດໂຄວິດ-19 ມີທັງໝົດ 11 ຄອບຄົວ ເຊິ່ງໄດ້ຮັບເຂົ້າສານໜຽວທັງໝົດ 138 ກິໂລ ໃນນີ້ ບ້ານດອນຕິ້ວ 1 ຄອບຄົວ ຈໍານວນເຂົ້າ 12 ກິໂລ ບ້ານ ໜອງພະຍາ 9 ຄອບຄົວ ເຂົ້າສານ 108 ກິໂລ ແລະ ບ້ານ ຄໍາຮຸ່ງ 1 ຄອບຄົວ 18 ກິໂລ ນອກຈາກນີ້ ຄະນະສະເພາະກິດຂັ້ນນະຄອນຫຼວງວຽງຈັນ ຈະສືບຕໍ່ລົງມອບເຂົ້າສານໜຽວໃຫ້ຄອບຄົວແດງ ຢູ່ບ້ານແດງ ໃນ 9 ຕົວເມືອງ ນະຄອນຫຼວງວຽງຈັນ ຕື່ມອີກ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!