ການປະຕິບັດຂອງເຈົ້າໜ້າທີ່ສັບສົນ ຍ້ອນກຸ່ມຄົນຈໍານວນຫຼາຍບໍ່ມີສະຕິຕື່ນຕົວຕໍ່ຄໍາສັ່ງ 016/ນຍ

    ພາຍຫຼັງທີ່ມີຄໍາສັ່ງສະບັບເລກທີ 016/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍມີໄລຍະການປະຕິບັດເລີ່ມແຕ່ວັນທີ 20-30 ກັນຍາ 2021 ເຊິ່ງໃນການປະຕິບັດຄໍາສັ່ງດັ່ງກ່າວ ຈໍານວນໜຶ່ງໃຫ້ການຮ່ວມມືຕໍ່ເຈົ້່າໜ້າທີ່ ແລະ ຍັງມີຈໍານວນຫຼາຍຝ່າຝືນ ພ້ອມທັງເວົ້າຈາບໍ່ສຸພາບຕໍ່ເຈົ້າໜ້າທີ່ ມັນໄດ້ສ້າງຄວາມສັບສົນ ແລະ ເພີ່ມພາລະໃຫ້ແກ່ເຈົ້າໜ້າທີ່ທີ່ປະຕິບັດໜ້າທີ່ຕາມຈຸດກວດກາຕ່າງໆ ທີ່ມີການວາງມາດຕະການເຂັ້ມງວດ ເພື່ອສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດວົງກວ້າງ.

    ທ່ານ ພັນໂທ ຄໍາໃສ ລາດຊະວົງ ຫົວໜ້າ ປກສ ກຸ່ມ 1 ຈອມມະນີ ເມືອງ ໄຊເສດຖາ ໃຫ້ສໍາພາດວັນທີ 20 ກັນຍາ 2021 ວ່າ: ການຕັ້ງຈຸດກວດກາການເດີນທາງໄປມາຂອງພໍ່ແມ່ປະຊາຊົນຢູ່ຈຸດສາມແຍກວິທະຍຸກະຈາຍສຽງແຫ່ງຊາດເກົ່າ ຊາຍແດນລະຫວ່າງເມືອງໄຊເສດຖາ ແລະ ເມືອງໄຊທານີ ມີກໍາລັງທັງໝົດ 15 ສະຫາຍ ໃນນີ້ ມີຈະລາຈອນ 2 ຄົນ ປກສ ບ້ານ 2 ຄົນ ນອກນັ້ນແມ່ນຕໍາຫຼວດກຸ່ມ ຕໍາຫຼວດກໍ່ສ້າງຮາກຖານ ຜ່ານການຕັ້ງດ່ານກວດນັບແຕ່ 8:00 ໂມງເຊົ້າ ຈົນຮອດ 16:00 ໂມງແລງ ຕາມທິດຊີ້ນໍາຂອງກອງບັນຊາການ ໃຫ້ປະຈໍາການຕະຫຼອດ 24 ຊົ່ວໂມງ ຖ້າ 17:00 ໂມງ ລົດເລີ່ມເບົາບາງ ກໍຈະແບ່ງກັນເມືອຜັກຜ່ອນຈໍານວນໜຶ່ງ ແລະ ຈໍານວນໜຶ່ງແມ່ນໃຫ້ນອນປະຈໍາການຢູ່ຈຸດນັ້ນ ເຊິ່ງຈຸດດັ່ງກ່າວຈະຜ່ານໄດ້ ມີລົດທະຫານ ຕໍາຫຼວດ ແພດໝໍ ຄົນເຈັບ ລົດກູ້ໄພ ຂົນສົ່ງສະບຽງອາຫານ ສ່ວນຜູ້ທີ່ບໍ່ມີຄວາມຈໍາເປັນ ໃຫ້ຫຼີກລ່ຽງໄປເສັ້ນທາງອື່ນແທນ ພ້ອມນັ້ນ ຜ່ານການປະຕິບັດໜ້າທີ່ມາ ເຫັນວ່າພົບຄວາມຫຍຸ້ງຍາກຫຼາຍ ລົດໃນທ້ອງຖະໜົນສໍ່າກັບມື້ປົກກະຕິ ບາງຄົນໃຫ້ການຮ່ວມມື ບາງຄົນກໍວາຈາບໍ່ສຸພາບ ເວົ້າໄດ້ວ່າ ປະຊາຊົນຍັງບໍ່ທັນໃຫ້ການຮ່ວມມືເປັນຈໍານວນຫຼາຍ ນອກນັ້ນ ຍັງມີບາງບໍລິສັດ ຫົວໜ່ວຍທຸລະກິດຈໍານວນໜຶ່ງ ທີ່ສວຍໂອກາດໃນຍາມວິກິດນີ້ຫາເງິນເພື່ອຜົນປະໂຫຍດຂອງຕົນເອງ ແລະ ອື່ນໆ.

    ຕໍ່ສະພາບການດັ່ງກ່າວ ໄດ້ແນະນໍາ ແລະ ຮຽກຮ້ອງໃຫ້ສັງຄົມມີສະຕິຕື່ມ ໃນການປະຕິບັດຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ຖ້າບໍ່ມີຄວາມຈໍາເປັນ ໃຫ້ຢູ່ເຮືອນ ແລະ ບໍ່ໃຫ້ໄປເດັດຂາດ ແລະ ຫວັງວ່າມື້ຕໍ່ໄປສັງຄົມຈະໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ເພື່ອເປັນການໃຫ້ກໍາລັງໃຈ ແລະ ຫຼຸດຜ່ອນຄວາມອິດເມື່ອຍຂອງໜ່ວຍງານເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!