ກອງປະຊຸມລັດຖະມົນຕີແຜນການອາຊຽນຜ່ານລະບົບທາງໄກ ໄຂຂຶ້ນຢ່າງເປັນທາງການ

  ວັນທີ 20 ກັນຍາ 2021 ທີີ່ກະຊວງແຜນການ ແລະ ການລົງທຶນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຜນການອາຊຽນ ກ່ຽວກັບການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຜ່ານລະບົບທາງໄກ ໂດຍມີລັດຖະມົນຕີແຜນການ 10 ປະເທດອາຊຽນເຂົ້າຮ່ວມ.

   ຈຸດປະສົງຂອງກອງປະຊຸມດັັ່ງກ່າວ ແມ່ນເພືີ່ອແລກປ່ຽນບັນດາຍຸດທະສາດແນວທາງໃນຕໍ່ໜ້າ ເພືີ່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG) ແນໃສ່ຫຼຸດຜ່ອນຜົນກະທົບຈາກການລະບາດຂອງໂຄວິດ-19 ໃນພາກພື້ນ ແລະ ຍົກສູງການຮ່ວມມືຂອງອົງການຮັບຜິດຊອບວຽກງານວາງແຜນພັດທະນາໃນຂອບເຂດອາຊຽນ.

    ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ແລະ ສິີ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ ໂດຍສະເພາະ ບັນຫາການລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນທົ່ວໂລກ ເຮັດໃຫ້ຜົນສຳເລັດ ແລະ ຄວາມຄືບໜ້າຂອງການພັດທະນາໃນໄລຍະຜ່ານມາຖົດຖອຍ ແຫຼ່ງທຶນໃນການພັດທະນາມີຄວາມຈຳກັດຂຶ້ນໃນອະນາຄົດ ສະນັ້ນ ເພືີ່ອຮັບປະກັນການນຳໃຊ້ແຫຼ່ງທຶນ ແລະ ຊັບພະຍາກອນທີີ່ມີຢ່າງຈຳກັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ມີການວາງແຜນຮ່ວມກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງຕັ້ງໜ້າກວ່າເກົ່າ  ແນໃສ່ເຮັດໃຫ້ການພັດທະນາມີຈຸດສຸມ ແລະ ມີຄຸນນະພາບສູງຂື້ນ ນອກຈາກນັ້ນ ມີຄວາມຈຳເປັນທິີ່ຈະຕ້ອງຍົກສູງຄວາມຮັບຜິດຊອບ ແລະ ພາລະບົດບາດຂອງອົງກອນທີີ່ຮັບຜິດຊອບວຽກແຜນພັດທະນາຂອງບັນດາປະເທດສະມາຊິກ ເພີີ່ມທະວີການແລກປ່ຽນລະຫວ່າງປະເທດສະມາຊິກຢ່າງເປັນປົກກະຕິ.

    ເພືີ່ອບັນລຸວາລະເພືີ່ອການພັດທະນາ 2030 (Global Agenda 2030) ກອງປະຊຸມຍັງໄດ້ລົງນາມຮ່ວມ ເພືີ່ອເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ບົນພື້ນຖານການຄວາມເປັນເອກະພາບ ເພືີ່ອພ້ອມກັນຜ່ານຜ່າສິີ່ງທ້າທາຍ ແລະ ພ້ອມກັນກ້າວໄປ ເພືີ່ອການພັດທະນາແບບຍືນຍົງ (Leave No One Behind)

    ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະຫງ່າງາມຕາມລະດັບຄາດໝາຍ.

#  ຂ່າວ – ພາບ : ຊິລິການດາ

error: Content is protected !!