ໂຄງການຮ່ວມໃຈ ສາຍໄຍໂລມາຄຳ ແບ່ງປັນນ້ຳໃຈໃຫ້ຄົນພິການຕາ

    ເພື່ອເປັນການແບ່ງປັນນ້ຳໃຈ ໃນຍາມເກີດວິກິດການແຜ່ລະບາດພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ດັ່ງນັ້ນ ໃນວັນທີ 20 ກັນຍາ 2021 ທາງໂຄງການຮ່ວມໃຈສາຍໄຍໂລມາຄຳ ໂດຍມີທ່ານ ເກຍ ອູ໊ສິດທິເດດ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ເປັນເຈົ້າຂອງໂຄງການ ໄດ້ນຳເອົາເຄື່ອງບໍລິໂພກ-ອຸປະໂພກ ຈຳນວນ 43 ຊຸດ ພ້ອມດ້ວຍເງິນສົດຈຳນວນໜຶ່ງ ມອບໃຫ້ສະມາຄົມຄົນພິການຕາລາວແຂວງສະຫວັນນະເຂດ.

    ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ປາກະປ໋ອງ ໄຂ່ໄກ່ ເຂົ້າສານ ໝີ່ເຄິ່ງສຳເລັດຮູບ ເຄື່ອງປຸງແຕ່ງອາຫານ ເຂົ້າໜົມ ເຈວລ້າງມື ຜ້າປິດປາກ-ດັງ ສະບູ ແລະ ເງິນສົດຈຳນວນ 5 ລ້ານກີບ ລວມມູນຄ່າທັງໝົດ 20 ລ້ານກີບ ໂດຍແມ່ນຕາງໜ້າໂຄງການຮ່ວມໃຈສາຍໄຍໂລມາຄຳ ເປັນຜູ້ມອບ ແລະ ຕາງໜ້າຮັບໂດຍທ່ານ ແພງພັນ ພອນມີໄຊ ປະທານສະມາຄົມພິການຕາແຂວງ ພ້ອມຄະນະ ແລະ ສະມາຊິກຜູ້ພິການທາງສາຍຕາເຂົ້າຮ່ວມນຳ.

    ໂອກາດນີ້ ທ່ານ ແພງພັນ ພອນມີໄຊ ກໍໄດ້ກ່າວສະແດງຄວາມຂອບໃຈ ພ້ອມທັງໄດ້ມອບໃບຍ້ອງຍໍຂອງສະມາຄົມ ໃຫ້ກັບໂຄງການຮ່ວມໃຈສາຍໄຍໂລມາຄຳນຳອີກ.

#  ຂ່າວ – ພາບ :  ສີພອນ

error: Content is protected !!