ເຈົ້າແຂວງຄຳມ່ວນ ມອບເຄື່ອງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບໄລຍະໂຄວິດ

    ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ນຳເອົາເຄື່ອງບໍລິໂພກ ປະກອບມີ: ເຂົ້າສານ ໜີ່ສຳເລັດຮູບ ແລະ ປາກະປອງ ໄປມອບໃຫ້ປະຊາຊົນເຂດຈອມທອງ ເມືອງທ່າແຂກ ໃນວັນທີ 19 ກັນຍາ 2021 ໂດຍສະເພາະ ຄອບຄົວທີ່ໄດ້ຮັບຜົນກະທົບໄລຍະທີ່ທາງການໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19.

    ໃນໂອກາດນີ້ ທ່ານເຈົ້າແຂວງພ້ອມຄະນະ ໄດ້ຮັບຟັງການລາຍງານຈາກຄະນະການນໍາຂອງບ້ານ ຕໍ່ກັບການປະຕິບັດມາດຕະການໃນໄລຍະຜ່ານມາ ຈາກນັ້ນ ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍເຖິງຄວາມສຸກທຸກຂອງພໍ່ແມ່ປະຊາຊົນ ພ້ອມທັງໃຫ້ກຽດໂອ້ລົມ ແລະ ໄດ້ເນັ້ນໜັກໃຫ້ປະຊາຊົນເປັນເຈົ້າການ ມີສ່ວນຮ່ວມກັບເຈົ້າໜ້າທີ່ລັດ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການດຳລົງຊີວິດ ທີ່ສໍາຄັນ ອໍານາດການປົກຄອງບ້ານກໍຕ້ອງໄດ້ເປັນເຈົ້າການຊ່ວຍເຫຼືອປະຊາຊົນໃນຂອບເຂດຄວາມຮັບຜິດຊອບຂອງບ້ານຕົນ ເພື່ອເຮັດໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດ້ວຍດີ ພ້ອມດຽວກັນນັ້ນ ກໍໄດ້ເປັນກຽດມອບເຄື່ອງຊ່ວຍເຫຼືອໃຫ້ແກ່ການຈັດຕັ້ງຂອງບ້ານ ແລະ ປະຊາຊົນຈໍານວນໜຶ່ງ ເຊິ່ງເມືອງທ່າແຂກ ມີບ້ານແດງທີ່ໄດ້ຮັບການຊ່ວຍເຫຼືອ 38 ບ້ານ ມີຈຳນວນທັງໝົດ 434 ຄອບຄົວ ໃນນີ້ ມີເຂດບ້ານຈອມທອງ 124 ຄອບຄົວ ເຂດຈອມແຈ້ງ 219 ຄອບຄົວ ສ່ວນເຂດນາໂບ ປັດຈຸບັນ ກໍາລັງສັງລວມຂໍ້ມູນວ່າຈະມີຈັກຄອບຄົວ.

    ນອກຈາກການຊ່ວຍເຫຼືອໃນຄັ້ງນີ້ແລ້ວ ທາງຄະນະສະເພາະກິດທີ່ກ່ຽວຂ້ອງ ຍັງຈະໄດ້ສັງລວມຕື່ມຕາມການສະເໜີຂອງພໍ່ແມ່ປະຊາຊົນ ວ່າຍັງມີຫຼາຍຄອບຄົວທີ່ຂາດເຂີນ ພ້ອມນີ້ ຍັງໄດ້ຈັດສັນລົດຂາຍຊີ້ນ ປາ ແລະ ຜັກ ເລາະຕາມສາຍທາງບ້ານຕ່າງໆ ທັງນີ້ ກໍເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນ ແລະ ເພື່ອບໍ່ໃຫ້ມີຄວາມແອອັດ.

    ພິເສດໃນວັນດຽວກັນ ທ່ານ ແກ້ວອຸດອນ ບຸດສິງຂອງ ຮອງເຈົ້າແຂວງຄຳມ່ວນ ໄດ້ສືບຕໍ່ມອບເຄື່ອງດັ່ງກ່າວໃຫ້ແກ່ອຳນາດການປົກຄອງບ້ານສັນຕິສຸກ ບ້ານສຸກສະຫວັນ ແລະ ບ້ານວຽງວິໄລ ຕື່ມອີກ.

#  ຂ່າວ – ພາບ :  ສີພອນ

error: Content is protected !!