ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໄດ້ຮັບເຄື່ອງຊ່ວຍເຫຼືອ

    ທ່ານ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ປະຈໍາແຂວງຫຼວງພະບາງ ພ້ອມຄະນະ ນໍາເອົາເຂົ້າສານ ໄຂ່ ໝີ່ສຳເລັດຮູບ ປ່ອງປາ ສະບູ ແຟັບ ແລະ ຜ້າອັດປາກ-ດັງ ມູນຄ່າ 12.330.000 ກີບ ໂດຍຈັດເປັນຖົງໄປມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ຢູ່ບ້ານຫ້ວຍຖໍ້າ ເມືອງຈອມເພັດ 112 ຄອບຄົວ ວັນທີ 18 ກັນຍາ 2021 ເຊິ່ງຮັບໂດຍທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງຈອມເພັດ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ປັດຈຸບັນ ບ້ານຫ້ວຍຖໍ້າ ຖືກກຳນົດເປັນບ້ານເຂດແດງ ຫຼື ບ້ານທີ່ເປັນພື້ນທີ່ສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19 ເຊິ່ງຄະນະສະເພາະກິດຂັ້ນເມືອງ ໄດ້ອອກຄຳສັງປິດການເດີນທາງເຂົ້າ-ອອກຂອງປະ ຊາຊົນ ເພື່ອຈຳກັດການລະບາດຂອງເຊື້ອບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

# ຂ່າວ & ພາບ : ສະບາໄພ :

error: Content is protected !!