ປິດການເຂົ້າ-ອອກບາງຈຸດຂອງນະຄອນຫຼວງພະບາງ ພາຍຫຼັງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນໃໝ່

    ທ່ານ ດຣ ບຸນຍະສິດ ຄົງສໍາພັນ ກອງເລຂາຄະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຕາງໜ້າຄະນະສະເພາະກິດດັ່ງກ່າວ ຖະແຫຼວງຂ່າວປະຈໍາວັນທີ 19 ກັນຍາ 202 ວ່າ: ວັນທີ 18 ກັນຍາ 2021 ໂຮງໝໍແຂວງຫຼວງພະບາງ ໄດ້ກວດວິເຄາະຕົວຢ່າງຜູ້ສຳຜັດໃກ້ຊິດ ແລະ ເປົ້າໝາຍກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19 ທັງໝົດ 130 ຕົວຢ່າງ ພົບຜູ້ຕິດເຊື້ອໃໝ່ 14 ກໍລະນີ ເຊິ່ງເປັນກໍລະນີໃນຊຸມຊົນທັງໝົດ ສຳລັບຕົວເລກສະສົມຜູ້ຕິດເຊື້ອຢູ່ແຂວງຫຼວງພະບາງ ມາຮອດປັດຈຸບັນ ມີ 206 ກໍລະນີ ໃນນັ້ນ ປິ່ນປົວຫາຍດີສະສົມ 58 ກໍລະນີ ຍັງສືບຕໍ່ປິ່ນປົວ 146 ກໍລະນີ (ຄົນເຈັບທັງໝົດມີອາການເບົາບາງ) ແລະ ບໍ່ມີກໍລະນີເສຍຊີວິດ.

    ສຳລັບຜູ້ຕິດເຊື້ອໃໝ່ຢູ່ເມືອງນານ ມີ 11 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນພາຍໃນບ້ານໂພນໄຊທັງໝົດ ໂດຍການຕິດເຊື້ອພາຍໃນຄອບຄົວ ແລະ ຕິດເຊື້ອນຳຜູ້ທີ່ຕິດເຊື້ອຢູ່ໃນບ້ານດຽວກັນ ທີ່ໄດ້ລາຍງານໄປກ່ອນໜ້ານີ້ ສຳລັບຢູ່ເມືອງຈອມເພັດ ມີ 2 ກໍລະນີ ໃນນີ້ ຢູ່ບ້ານນາອ່າງ 1 ຄົນ ບ້ານຫ້ວຍແຊງ 1 ຄົນ ເຊິ່ງແມ່ນຕິດເຊື້ອຈາກແຮງງານເດີນທາງມາແຕ່ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ກວດພົບເຊື້ອໃນໄລຍະກັກກັນຢູ່ສູນ ສ່ວນຜູ້ຕິດເຊື້ອໃໝ່ຢູ່ນະຄອນຫຼວງພະບາງ 1 ຄົນ ເປັນເພດຊາຍ ອາຍຸ 21 ປີ ນັກສຶກສາແພດ ທີ່ໄປເຊົາເຮືອນເຊົ່າຢູ່ບ້ານຂົວທີໜຶ່ງ (ໄດ້ 1 ອາທິດ) ມີປະຫວັດການສຳຜັດກັບນັກສຶກສາແພດທີ່ຕິດເຊື້ອທີ່ໄດ້ລາຍງານໄປກ່ອນໜ້ານີ້ ສຳລັບປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອ ວັນທີ 6-10 ກັນຍາ 2021 ໄດ້ລົງເຝິກຫັດຢູ່ໜ່ວຍງານຜິວໜັງ ໂຮງໝໍແຂວງປົກກກະຕິ ພ້ອມກັບນັກສຶກສາແພດອີກ 3 ຄົນ ຕອນແລງໄດ້ອອກໄປຊື້ຂອງກິນຢູ່ຕະຫຼາດກາງຄືນ ວັນທີ 10 ກັນຍາ 2021 ຕອນແລງ ໄດ້ກັບໄປຢາມບ້ານ (ບ້ານນາອວນ ນະຄອນຫຼວງພະບາງ) ໄດ້ນອນຢູ່ບ້ານນາອວນ 1 ຄືນ (ຄອບຄົວ ພໍ່ແມ່-ພີ່ນ້ອງລວມ 4 ຄົນ) ວັນທີ 11 ກັນຍາ 2021 ໄດ້ຍ້າຍເຄື່ອງອອກຈາກຫໍພັກແພດ ໄປພັກເຊົາຢູ່ເຮືອນເຊົ່າບ້ານຂົວທີໜຶ່ງ (ພັກເຊົາຢູ່ກັບໝູ່ນັກສຶກສາແພດນຳກັນ 2 ຄົນ) ວັນທີ 12 ກັນຍາ 2021 ໄດ້ພາອ້າຍເຂົ້າໄປໂຮງໝໍແຂວງຫຼວງພະບາງ ໄປແລ່ນເອກະສານ ແລະ ພາອ້າຍຂຶ້ນໄປນອນໂຮງໝໍ ວັນທີ 13 ກັນຍາ 2021 ໄປ ຢາມອ້າຍຢູ່ເມືອງອຍ ໄປກັບໝູ່ ອີກ 1 ຄົນ ໄດ້ນອນຢາມ 2 ຄືນ (ໃນຄອບຄົວຂອງອ້າຍມີ 4 ຄົນ) ວັນທີ 14 ກັນຍາ 2021 ໄດ້ໄປຮ່ວມກິນເຂົ້ານຳເຮືອນໝູ່ຢູ່ບ້ານໜອງຂຽວ ມີຜູ້ເຂົ້າຮ່ວມ ປະມານ 6-7 ຄົນ ວັນທີ 15 ກັນຍາ 2021 ກັບຈາກເມືອງງອຍມາເຮືອນ ຢູ່ບ້ານຂົວທີໜຶ່ງ ໄປສົ່ງຫຼານໄປກວດຢູ່ຫ້ອງສຸກເສີນ ໂຮງໝໍເພື່ອນລາວ ວັນທີ 16 ກັນຍາ 2021 ພັກຜ່ອນຢູ່ເຮືອນ ບໍ່ໄດ້ໄປໃສ ວັນທີ 17 ກັນຍາ 2021 ໄດ້ຖືກເກັບຕົວຢ່າງໄປກວດວິເຄາະ ວັນທີ 18 ກັນຍາ 2021 ຕອນເຊົ້າໄປກວດຢູ່ຫ້ອງສຸກເສີນ ໂຮງໝໍແຂວງຫຼວງພະບາງ ດ້ວຍອາການໄອ ຕອນແລງຜົນກວດອອກມາເປັນຜົນບວກ ແລະ ໄດ້ນຳສົ່ງເຂົ້າປິ່ນປົວຢູ່ໂຮງໝໍພາກສະໜາມສັງລວມຂໍ້ມູນເບື້ອງຕົ້ນ ມີຜູ້ສຳພັດໃກ້ຊິດ 17 ຄົນ.

    ທ່ານ ດຣ ບຸນຍະສິດ ຄົງສໍາພັນ ກ່າວຕື່ມວ່າ: ສຳລັບມາດຕະການໃນການປ້ອງກັນ ຄວບຄຸມ ຄະນະສະເພາະກິດ ໄດ້ປິດການເຂົ້າ-ອອກຊົ່ວຄາວ ບ້ານທີ່ມີຄວາມສ່ຽງ ຫຼື ບ້ານທີ່ມີຜູ້ຕິດເຊື້ອເດີນທາງໄປພັກເຊົາໃນ 2 ເມືອງ ຄື: ປິດການເຂົ້າ-ອອກຊົ່ວຄາວ ຮ່ອມທີ 8 ຂອງບ້ານຂົວທີ່ໜຶ່ງ ນະຄອນຫຼວງພະບາງ ແລະ ປິດການເຂົ້າອອກຊົ່ວຄາວບ້ານນາອວນ ນະຄອນຫຼວງພະບາງ ປິດຊົ່ວຄາວຕະຫຼາດແລງບ້ານໜອງຂຽວ ສ່ວນເມືອງງອຍ ປິດຮ່ອມຂຶ້ນມາຫາຕະຫຼາດ ປິດຮ່ອມເທິງຕະຫຼາດ ແລະ ປິດຮ່ອມທາງລົງຂ້າງຫ້ອງການກອງບັນຊາການ ປກສ ເມືອງງອຍ.

#  ຂ່າວ – ພາບ :  ສະບາໄພ

error: Content is protected !!