ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງແຜນໂຄງການບັນຊີຮຽກການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຂຶ້ນວັນທີ 16-17 ກັນຍາ 2021 ຢູ່ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ແລະ ທ່ານ ຄຳເຜີຍ ສິດທະວົງ ຮອງຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງໄຊຍະບູລີ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ຂະແໜງການຕ່າງໆ ກໍໄດ້ນຳສະເໜີບົດໂຄງການທີ່ຖືກກຳນົດ ເພື່ອເປັນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ນັບແຕ່ປີ 2020-2024 ແນໃສ່ເຮັດໃຫ້ໂຄງການຕ່າງໆຂອງເມືອງໄດ້ເປັນຖານຂໍ້ມູນລະອຽດ ແລະ ສົມບູນ ຈາກນັ້ນ ກໍໄດ້ປຶກສາຫາລືກ່ຽວກັບບັນດາໂຄງການທີ່ແຕ່ລະຂະແໜງ ການໄດ້ຂຶ້ນແຜນໄວ້ ເພື່ອຄົ້ນຄວ້າ ກຳນົດຊື່ຂອງໂຄງການ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການ ພ້ອມນີ້ ຍັງຈະສ້າງເປັນປຶ້ມໂຄງການ ສ້າງໃຫ້ເປັນຖານຂໍ້ມູນລະອຽດ ແລະ ສົມບູນ ເພື່ອດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບຕົກລົງກຳນົດເອົາ 12 ໂຄງການ ເພື່ອສ້າງໃຫ້ເປັນຖານຂໍ້ມູນລະອຽດ ເພື່ອດຶງດູດການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກ ເຮັດໃຫ້ເມືອງຫົງສາໄດ້ຮັບການພັດທະນາດີຂຶ້ນໃນຕໍ່ໜ້າ ນອກນີ້ຍັງໄດ້ສາທິດການບິນຂອງໂດຣນ ເພື່ອຖ່າຍພາບມຸມສູງຂອງຕົວເມືອງຫົງສາ ແລະ ຈຸດເປົ້າໝາຍຂອງໂຄງການ ຕື່ມອີກ.

# ຂ່າວ – ພາບ : ສະບາໄພ