ວັນນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 214 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ປະຈໍາວັນທີ 20 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 19 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.117 ຄົນ ເຊິ່ງກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 214 ຄົນ ໃນນັ້ນ ກໍລະນີນໍາເຂົ້າ ມີ 52 ຄົນ ຈາກແຂວງສະຫວັນນະເຂດ 32 ຄົນ ສາລະວັນ 12 ຄົນ ຈໍາປາສັກ 4 ຄົນ ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼືຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ. 

    ສຳລັບການຕິດເຊື້ອໃນຊຸມຊົນ ມີ 162 ຄົນ ໃນນີ້ ນະຄອນຫຼວງ 77 ຄົນ ຈາກກຸ່ມໂຮງງານ ອານພີລາວ 42 ຄົນ ເກັບຕົວຢ່າງຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ ເກັບຢູ່ໂຮງງານ 2 ຄົນ ຈຸດເກັບຕົວຢ່າງຈາກບຶງຂະຫຍອງໃຫ້ຜົນບວກ 29 ຄົນ ຈໍາປາສັກ 33 ຄົນ: ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ ຄຳມ່ວນ 28 ຄົນ ຈາກທ່າແຂກ 11 ບ້ານ ບົວລະພາ 1 ບ້ານ ຫີນບູນ 1 ບ້ານ ບໍ່ແກ້ວ 12 ຄົນ ທັງໝົດຢູ່ເຂດພິເສດຂອງເມືອງຕົ້ນເຜິິ້ງ (ລາວ 1 ຄົນ ມຽນມາ 6 ຄົນ ແລະ ຈີນ 5 ຄົນ) ສະຫວັນນະເຂດ 9 ຄົນ ຈາກນັກສຶກສາແພດ 2 ຄົນ ບ້ານໂນນສະຫວາດ ບ້ານບ້ານສະໜາມໄຊ ບ້ານໄຊຍະພູມ ແລະ ບ້ານນາເຕີຍ ບ້ານລະ 1 ຄົນ ບ້ານທ່າເດື່ອ ເມືອງສອງຄອນ 1 ຄົນ ຄົນຫວຽດນາມ 2 ຄົນ ແຕ່ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ຊຽງຂວາງ 2 ຄົນ ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ ອາຍຸ 42 ປີ ອາຊີບກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ ອາຍຸ 34 ປີ ອາຊີບ ຄ້າຂາຍ) ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ ເມືອງຜາໄຊ ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫຼວງວຽງຈັນ ໄປຮອດແຂວງຊຽງຂວາງ ງານສົບຈັດແຕ່ວັນທີ 14-17 ກັນຍາ 2021 ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່ ທາງແຂວງຊຽງຂວາງໄດ້ປະກາດໃຫ້ພໍ່ແມ່ປະຊາຊົນຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ ບໍລິຄໍາໄຊ 1 ຄົນ: ເປັນຄົນທີ່ມີອາການທາງລະບົບຫາຍໃຈ ປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19.399 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.255 ຄົນ. 

    ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 8 ບ້ານຄື ເມືອງສີໂຄດຕະບອງ ມີ ທົ່ງປົ່ງ ວຽງຄໍາ ໜອງແຕ່ງໃຕ້ ໜອງດ້ວງ ດົງນາທອງ ແລະ ເມືອງໄຊເສດຖາ ມີ ໂພນທັນ ນາສ້ຽວ ແລະ ສະພັງມຶກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!