ພ້ອມກັນຜ່ານຜ່າວິກິດການພະຍາດໂຄວິດ-19 ຢ່າງມີສະຕິ ແລະ ເປັນເຈົ້າການ

ນໍາສະເໜີໂດຍ: ແວ່ນຂາວ

ການໄຂສົກຮຽນໃໝ່ ສົກຮຽນ 2021-2022 ໃນປີນີ້ ເປັນການຊີ້ໃຫ້ເຫັນເຖິງຄວາມເປັນຫວ່ງ ເປັນໄຍ ຂອງພັກ-ລັດຖະບານ ກໍຄື ຄະນະນຳຂອງກະຊວງສຶກສາທິການ ແລະ ກີລາ ທີ່ເປັນ ຫວ່ງເປັນໄຍ ຕໍ່ໂຊກສະ ຕາຂອງລູກຫຼານ ນັກຮຽນ-ນັກສຶກສາ ພ້ອມທັງເປັນການສະແດງໃຫ້ ເຫັນຄວາມຕັດສິນໃຈ ຂອງຄະນະຜູ້ບໍລິ ຫານການສຶກສາ ພະນັກງານຄູ-ອາຈານ ນັກຮຽນ-ນັກ ສຶກສາ ພ້ອມທີ່ຈະຜ່ານຜ່າ ອຸປະສັກ ແລະ ສິ່ງທ້າ ທາຍຫຼາຍຢ່າງ ໃນທາມກາງຂອງການແຜ່ລະ ບາດພະຍາດ ໂຄວິດ-19.

ທ້າວ ເຕິ່ງ ມະຫາວົງ ແລະ ນາງ ຕາມົນ ສີຫາລາດ ນັກສຶກສາຈາກວິທະຍາໄລ ເຕັກນິກລາວ-ເຢຍ ລະ ມັນ ຕາງໜ້າໃຫ້ແກ່ນັກສຶກສາ ກ່າວໃນພິທີໄຂ ສົກຮຽນໃໝ່ 2021-2022 ທີ່ຜ່ານມາວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນຕົວແທນໃຫ້ແກ່ນັກຮຽນ-ນັກສຶກສາ ຂອງອາຊີວະສຶກສາ ແລະ ວິທະຍາໄລແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວປະເທດ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຄັ້ງນີ້.

ການໄຂສົກຮຽນໃໝ່ປີນີ້ໃນຂອບເຂດທົ່ວປະເທດ ເປັນສົກສຶກສາທີ່ຈະຕ້ອງດໍາເນີນໄປໃນທ່າມ ກາງສະພາບຄວາມຫຍຸ້ງຍາກສັບສົນພໍສົມຄວນ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງເຮັດໃຫ້ການກັບເຂົ້າມາຮຽນຄືນໃນສະຖານການສຶກສາ ຂອງແຕ່ລະແຂວງ ແຕ່ລະ ທ້ອງຖິ່ນບໍ່ພ້ອມກັນການສອບເສັງເຂົ້າຮຽນໃໝ່ຈະຕ້ອງໄດ້ເລື່ອນອອກໄປ ການລົງເຝິກງານຂອງ ນັກສຶກສາປີສຸດທ້າຍ ແຫ່ງຕ່າງໆ ພົບຄວາມລໍາບາກ ແລະ ບັນຫາອື່ນໆ.

ເຖິງຢ່າງນັ້ນກໍຕາມ ພວກເຮົານັກຮຽນ-ນັກສຶກສາ ຂໍຢັ້ງຢືນວ່າ ການຮຽນອາຊີວະສຶກສາ ແລະ ເຝິກ ອົບຮົມວິຊາຊີບ ເປັນສາຂາວິຊາທີ່ສໍາຄັນ ແລະ ຕະຫຼາດແຮງງານຍັງມີຄວາມຕ້ອງການຫຼາຍ ໃນການກຽມຄວາມພ້ອມ ເຂົ້າຮຽນຄັ້ງນີ້ ພວກເຮົາໄດ້ສົມທົບໃກ້ຊິດກັບຜູ້ບໍລິຫານ ແລະ ຄູ-ອາ ຈານ ໃນການຫ້າງຫາກະກຽມ ເຮັດອະນາໄມ ແນະນໍາມາດຕະການປ້ອງກັນ ແລະ ຄວບຄຸມການ ແຜ່ລະບາດຂອງພະຍາດ ໂຄວິດ-19 ໃນສະຖານການສຶກສາ ມີການຈັດບ່ອນນັ່ງໃຫ້ຫ່າງກັນຢ່າງ ນ້ອຍ 1 ແມັດຂຶ້ນໄປ ມີນ້ໍາສະອາດ ແລະ ເຈວລ້າງມືໄວ້ບໍລິການ ທຸກຄົນທີ່ເຂົ້າມາໃນສະຖານ ການສຶກສາ ຈະໄດ້ມີການກວດກາອຸນຫະພູມ ແລະ ມາດຕະການ ອື່ນໆ.

ຈາກມາດຕະການດັ່ງກ່າວ ເຮັດໃຫ້ພວກເຮົາມີຄວາມເຊື່ອໝັ້ນວ່າ ສະຖານການສຶກສາຈະມີ ຄວາມປອດໄພ ແລະ ກໍເຊື່ອວ່າພໍ່ແມ່ຜູ້ປົກຄອງຈະຫຼຸດຜ່ອນຄວາມເປັນຫ່ວງສະຫວັດດີພາບ ຂອງພວກເຮົາ ດ້ວຍການປະຕິບັດຮູບແບບການດໍາລົງຊີວິດປົກກະຕິແບບໃໝ່ນີ້ ພວກເຮົາ ຈຶ່ງ ເຊື່ອໝັ້ນວ່າ ພວກເຮົາຈະມີຄວາມປອດໄພ ແລະ ສືບຕໍ່ຮຽນການຮຽນຢ່າງຕໍ່ເນື່ອງ ດັ່ງນັ້ນ ຈຶ່ງ ຮຽກຮ້ອງມາຍັງນັກຮຽນ-ນັກສຶກ ວິຊາຊີບທຸກຄົນ ລວມທັງນ້ອງໆນັກຮຽນໃໝ່ ຈົ່ງເປັນ ເຈົ້າການ ເຂົ້າຮ່ວມຄົ້ນຄວ້າຮໍ່າຮຽນໃນຮູບແບບຕ່າງໆ ທັງເຊິ່ງໜ້າ ແລະ ການຮຽນທາງໄກ ເພື່ອໃຫ້ສໍາເລັດ ຕາມແຜນການຮຽນທີ່ສະຖານການສຶກສາ ກໍານົດໄວ້ ພ້ອມທັງປະຕິບັດຕາມມາດຕະການ ສະ ກັດກັ້ນ ຄວບຄຸມ ແລະ ປ້ອງການການແຜ່ລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະ ໂລກສາຍພັນໃໝ່ (ໂຄວິດ-19) ດັ່ງກ່າວໃຫ້ເຂັ້ມງວດ.

ໂອກາດນີ້ ຕາງໜ້າໃຫ້ນັກສຶກສາອາຊີວະສຶກສາ ວິຊາຊີບ ແລະ ວິທະຍາໄລ ທຸກແຫ່ງ ໃນຂອບ ເຂດທົ່ວປະເທດ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການນໍາພັກ-ລັດ ກໍຄື ຂະ ແໜງການສຶກສາ ວິທະຍາສາດ ແລະ ກີລາ ທຸກຂັ້ນ ພະນັກງານ-ຄູອາຈານ ສະຖານປະກອບການ ພໍ່ແມ່ ຜູ້ປົກຄອງນັກຮຽນ ແລະ ຄູ່ຮ່ວມພັດທະນາ ທີ່ໃຫ້ການສະໜັບສະໜູນ ແລະ ອໍານວຍ ຄວາມສະດວກ ໃຫ້ແກ່ວຽກງານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ ຂໍໃຫ້ພວກເຮົາພ້ອມ ກັນສາມັກຄີ ເຮັດໃຫ້ການໄຂສົກຮຽນໃໝ່ປີນີ້ປະສະ ຈາກ ໂຄວິດ-19.

error: Content is protected !!