ປະຊາຊົນຊາວນະຄອນຫຼວງບາງຈຳນວນ ຍັງບໍ່ຕື່ນຕົວປະຕິບັດຄຳສັ່ງເລກທີ 016/ຈນວ

    ກ້າວເຂົ້າສູ່ການປະຕິບັດຄຳສັ່ງເລກທີ 016/ຈນວ ເຫັນວ່າຍັງມີຊາວນະຄອນຫຼວງວຽງຈັນຈຳນວນໜຶ່ງ ຍັງມີການເດີນທາງໄປມາ ຂັດກັບຄຳສັ່ງທີ່ກຳນົດໄວ້ໃນຂໍ້ 3 ຂອງຄຳສັ່ງດັ່ງກ່າວ. 

    ເພື່ອເປັນການປ້ອງກັນ ຄວບຄຸມ ແລະ ຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ນັບມື້ນັບຫຼຸດລົງ ແລະ ໝົດໄປ ສະນັ້ນ ໃນນາມພວກເຮົາເປັນປະຊາຊົນຊາວນະຄອນຫຼວງວຽງຈັນ ຄວນພ້ອມກັນຮ່ວມແຮງຮ່ວມໃຈກັນຕັ້ງໜ້າປະຕິບັດຕາມຄຳສັ່ງເລກທີ 016/ຈນວ ຢ່າງເຄັ່ງຄັດ ໄປພ້ອມກັບການປະຕິບັດມາດຕະການປ້ອງກັນຕົນເອງ ໃສ່ຜ້າປິດປາກ-ດັງ ໝັ່ນລ້າງມືດ້ວຍສະບູ ຫຼື ເຈວ ແລະ ຮັກສາໄລຍະຫ່າງ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!