ວັນນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ໃນຊຸມຊົນທົ່ວປະເທດເຖິງ 303 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນ ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 19 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ:  ວັນທີ 18 ກັນຍາ  ໄດ້ກວດວິເຄາະທັງໝົດ 5.318 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອ ໃໝ່ 371 ຄົນ ໃນນີ້ ກໍລະນີນໍາເຂົ້າມີ 68 ຄົນ ຈາກແຂວງສະຫວັນນະເຂດ 42 ຄົນ ສາລະວັນ 13 ຄົນ ຈໍາປາສັກ 10 ຄົນ ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດເຂົ້າມາຕາມຈຸດຜ່ານແດນສາກົນ.

    ສໍາລັບການຕິດເຊື້ອໃນຊຸມຊົນມີ 303 ຄົນຄື: ນະຄອນຫຼວງວຽງຈັນ 225 ຄົນ ຈາກກຸ່ມໂຮງງານອານພີລາວ (ເກັບຕົວຢ່າງໃນໂຮງງານ) ໃຫ້ຜົນບວກ 179 ຄົນ ໂຄງການສຶກສາ LACOVISS ມີ 7 ຄົນ (ຈາກບ້ານໜອງທາເໜືອ ເມືອງຈັນທະບູລີ 3 ຄົນ ຈາກບ້ານ ໜອງຈັນ ເມືອງສີສັດຕະນາກ 3 ຄົນ ເປັນສະມາຊິກຄອບຄົວດຽວກັນທີ່ຕິດເຊື້ອໄດ້ລາຍງານວັນທີ 18 ກັນຍາ) ບ້ານໜອງແຕ່ງ 1 ຄົນ (ພະນັກງານ) ກຸ່ມຈຸດເກັບຕົວຢ່າງຈາກບຶງຂະຫຍອງ ໃຫ້ຜົນບວກ 15 ຄົນ (ອານພີລາວ 4 ຄົນ) ກົມແຜນທີ່ທະຫານ 1 ຄົນ ຄະນະພົວພັນຕ່າງປະເທດ 1 ຄົນ ໂຮງງານ ຊີເຄແອວ 2 ຄົນ ຕະຫຼາດດົງໝາກຄາຍ 2 ຄົນ ຕະຫຼາດສີເກີດ 1 ຄົນ ແລະ ລັດວິສາຫະກິດການບິນລາວ 1 ຄົນ ກຸ່ມໄປກວດຢູ່ໂຮງໝໍເສດຖາ ມີ 7 ຄົນ ມາຈາກບ້ານໂນນຄໍ້ 4 ຄົນ ເປັນຄອບຄົວດຽວກັນ ທາດຫຼວງໃຕ້ 4 ຄົນ ແລະ ບ້ານດົງຄໍາຊ້າງ 1 ຄົນ ກຸ່ມໄປກວດຢູ່ໂຮງໝໍ 103 ມີ 3 ຄົນ ຈາກດອນໜູນ 1 ຄົນ ໜອງດ້ວງ 2 ຄົນ ເຊິ່ງຈາກຂໍ້ມູນທີ່ລາຍງານມາມີຜູ້ຕິດເຊື້ອຈາກໂຮງງານຕັດຫຍິບ ອານພີລາວທັງໝົດ 182 ຄົນ ມາຮອດປັດຈຸບັນ ຕົວເລກສະສົມຜູ້ຕິດເຊື້ອທັງໝົດ 436 ຄົນ ຈາກການເກັບຕົວຢ່າງ 1.275 ຄົນ. ນອກນີ້ແຂວງຄໍາມ່ວນ 27 ຄົນ ຈໍາປາສັກ 26 ຄົນ ຫຼວງພະບາງ 14 ຄົນ ບໍ່ແກ້ວ 8 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນ ຜູ້ຕິດເຊື້ອໃໝ່ທັງໝົດນີ້ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກໍານົດໄວ້ ສ່ວນຕົວເລກສະສົມຜູ້ຕິດເຊື້ອທົ່ວປະເທດມີທັງໝົດ 19.185 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ 4.184 ຄົນ.

..

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!