ເຊັນສັນຍາ ການປະຕິບັດໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງໄລຍະ II

    ພິທີເຊັນສັນຍາ ການປະຕິບັດໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງໄລຍະ II ລະຫວ່າງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ແລະ ຜູ້ຮ່ວມລົງທຶນ ດົງບູ-ຄໍາໂຫ ມີຂຶ້ນວັນທີ 17 ກັນຍາ 2021 ທີ່ໂຮງແຮມ ຄຣາວພລາຊາ ໂດຍການລົງນາມຂອງທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ແລະ ທ່ານ Sung Hwan LEE ຕາງໜ້າຜູ້ຮັບເໝົາກໍ່ສ້າງໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງໄລຍະ II ແລະ ມີທ່ານ ສິນລະປະກອນ ພົມມະໄຊສີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ຮ່ວມລົງນາມເປັນພະຍານ ເຊິ່ງມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ແລະ ຮອງເຈົ້າຄອງ ນວ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການ ກົມ ກະຊວງ ຍທຂ 2 ເມືອງ (ສີສັດຕະນາກ ຈັນທະບູລີ) ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສຸລິວັນ ພົມມະຫາໄຊ ລາຍງານໂດຍຫຍໍ້ ປະຫວັດຄວາມເປັນມາຂອງໂຄງການວ່າ: ໂຄງການດັ່ງກ່າວ ເປັນໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕ່ຳຈາກ ສ ເກົາຫຼີ ເຊິ່ງໄດ້ຮັບການເຊັນສັນຍາເງິນກູ້ຢືມ ວັນທີ 1 ພະຈິກ 2017 ລະຫວ່າງກະຊວງການເງິນແຫ່ງ ສປປ ລາວ ແລະ ທະນະຄານນໍາເຂົ້າ ແລະ ສົ່ງອອກຈາກ ສ ເກົາຫຼີ ເພື່ອກໍ່ສ້າງລະບົບປ້ອງກັນນ້ຳຖ້ວມ ປ້ອງກັນດິນເຊາະເຈື່ອນຕາມລຳແມ່ນ້ຳຂອງ ແລະ ສວນສາທາລະນະ ບ້ານວັດນາກ ເມືອງສີສັດຕະນາກ (ເຂດຫຼັກ 3 ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນວ ລວມມູນຄ່າທັງໝົດ 57.605.000 ໂດລາສະຫະລັດ ແລະ ທຶນສົມທົບຈາກລັດຖະບານລາວ ມູນຄ່າທັງໝົດ 9.957.000 ໂດລາ ລວມມູນຄ່າທັງໝົດ 67.562.000 ໂດລາ ປະກອບດ້ວຍບັນດາໜ້າວຽກຕົ້ນຕໍຄື: ຍົກລະດັບຄູປ້ອງກັນນໍ້າ ແລະ ກໍ່ສ້າງລະບົບປ້ອງກັນຕະຝັ່ງ ປະເພດ Rip-Rap ແຕ່ຫຼັກສາມ ບ້ານວັດນາກ ຫາເຂດທ່າເຮືອຫຼັກສີ່ ເມືອງສີສັດຕະນາກ ມີຄວາມຍາວທັງໝົດ ປະມານ 0,97 ກິໂລແມັດ ກໍ່ສ້າງຄູປ້ອງກັນນໍ້າຖວ້ມ ປັບໜ້າສັນຄຸກັນນໍ້າໃຫ້ສາມາດນຳໃຊ້ເປັນເສັ້ນທາງລຽບຕາມແຄມຂອງດ້ວຍການປູຢາງ 2 ຊັ້ນ ຕິດຕັ້ງລະບົບໄຟເຍືອງທາງ ກໍ່ສ້າງຮ່ອງລະບາຍນໍ້າລຽບຕີນຄູກັນນໍ້າ ພ້ອມທັງກໍ່ສ້າງລະບົບປ້ອງກັນຕະຝັ່ງປະເພດ Rip-Rap ປ້ອງກັນການເຊາະເຈື່ອນ ມີຄວາມຍາວທັງໝົດ 8,36 ກິໂລແມັດ ຈາກເຂດທ່າເຮືອຫຼັກສີ່ ເມືອງສີສັດຕະນາກ ຫາບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ກໍ່ສ້າງສວນສາທາລະນະມີເນື້ອທີ່ປະມານ 5,9 ເຮັກຕາ ຢູ່ເຂດບ້ານແກ້ງຍາງ ເມືອງຫາດຊາຍຟອງ ໃຫ້ເປັນສະຖານທີ່ພັກຜ່ອນ ແຫຼ່ງທ່ອງທ່ຽວຂອງຊຸມຊົນ ແລະ ເຂດຂຽວຂອງຕົວເມືອງ ຍົກລະດັບສັນຄູກັນນໍ້າຂອງໂຄງການໄລຍະທີ່ໜຶ່ງແຕ່ບ້ານອຸບໂມງ ຫາບ້ານເກົ້າລ້ຽວ ມີຄວາມຍາວ 4,4 ກິໂລແມັດ ລຽບຕາມແຄມຂອງໃຫ້ເປັນເສັ້ນທາງເບຕົງ ຕິດຕັ້ງລະບົບໄຟເຍືອງທາງ ແລະ ກໍ່ສ້າງຮ່ອງລະບາຍນໍ້າລຽບຕີນຄູກັນນໍ້າ ເຊິ່ງຈະລົງມືກໍ່ສ້າງໂຄງການດັ່ງກ່າວໂດຍໃຊ້ເວລາ 48 ເດືອນ ເຊິ່ງເລີ່ມແຕ່ເດືອນຕຸລາ 2021 ເປັນຕົ້ນໄປ ແລະ ຄາດຄະເນຈະໃຫ້ສໍາເລັດໃນຕົ້ນປີ 2025 ໂດຍແມ່ນບໍລິສັດ ດົງບູ-ຄໍາໂຫ ເປັນຜູ້ຮັບເໝົາກໍ່ສ້າງທັງໝົດ.

.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!