ນວ ໄດ້ຮັບການປະກອບສ່ວນຊຸກຍູ້ວຽກງານຕ້ານການລະບາດພະຍາດໂຄວິດ-19

    ວັນທີ 17 ກັນຍາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ໄດ້ນຳເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນການແພດຈຳນວນໜຶ່ງ ມອບໃຫ້ນະຄອນຫຼວງວຽງຈັນ ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ນາງ ອາລັນຍາ ບໍລິບູນ ປະທານສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ແລະ ຕາງໜ້າຮັບຂອງທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ສະກັດການລະບາດ ພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີ ເຈວລ້າງມື 70 ກ່ອງ ຜ້າອັດປາກ-ອັດດັງ 4 ຊັ້ນ 2 ແກັດ ສະບູກ້ອນ 118 ກ້ອນ ຜ້າອະນາໄມ 120 ຫໍ່ ຜ້າເຊັດໜ້ານ້ອຍ 50 ຜືນ ເກີບແຕະ 25 ຄູ່ ນໍ້າຢາລ້າງຫ້ອງນໍ້າ 12 ຕຸກ ໝີ່ໄວໆ 10 ແກັດ ນໍ້າມັນພືດ 12 ຕຸກ ຊີອິວ 12 ຕຸກ ປາກະປ໋ອງ 1 ແກັດ ເສື້ອກັກຄະນະສະເພາະກິດ 200 ໂຕ ລວມມູນຄ່າ 41.891.000 ກີບ

..

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!