ວັນນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເພີ່ມໃໝ່ 383 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ປະຈໍາວັນທີ 18 ກັນຍາ 2021 ໂດຍມີທ່ານ ພອນປະເສິດ ອຸນາພົມ ຫົວໜ້າກົມອະນາໄມ : ວັນທີ 17 ກັນຍາໄດ້ກວດວິເຄາະທັງໝົດ 6.504 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 466 ຄົນ ໃນນີ້ ກໍລະນີນໍາເຂົ້າ ມີ 83 ຄົນ ຈາກ ແຂວງສະຫວັນນະເຂດ 72 ຄົນ ສາລະວັນ 9 ຄົນ ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

    ສຳລັບການຕິດເຊື້ອໃນຊຸມຊົນ ມີ 383 ຄົນ ຄື ນະຄອນຫຼວງ 264 ຄົນ: ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 247 ຄົນ ແມ່ນເຮັດວຽກຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້ໂຄງການສຶກສາ LACOVISS: ມີ 3 ຄົນ 1 ຄົນ ຈາກບ້ານໜອງຈັນ ເຈົ້າໜ້າທີ່ຕຳຫຼວດ 2 ຄົນ ຈາກ ບ້ານໜອງທາເໜືອ (ພໍ່ ແລະ ລູກ ສາວ) ເມືອງ ຈັນທະບູລີ ຈຸດເກັບຕົວຢ່າງຈາກບຶງຂະຫຍອງ ພົບເຊື້ອ 12 ຄົນ ບ້ານດ່ານຊ້າງ ເມືອງໄຊທານີ 1 ຄົນ ບ້ານ ຫົວຂົວ ເມືອງໄຊເສດຖາ 2 ຄົນ (ພະນັກງານ ບໍລິສັດ ເອກະຊົນ ຊີເຄແອວ) ບ້ານສະພັງເມິກ ເມືອງໄຊທານີ 1 ຄົນ ບ້ານໜອງທາເໜືອ ເມືອງ ຈັນທະບູລີ 3 ຄົນ (ເຮັດວຽກຢູ່ໂຮງງານອານພີລາວ 1 ຄົນ ແລະ ຄ້າຂາຍໜ້າໂຮງງານ) ບ້ານ ສີເກີດ ເມືອງນາຊາຍທອງ 3 ຄົນ (1 ຄົນ ແມ່ນຄ້າຂາຍໃນຕະຫຼາດອົດຊີ) ກຸ່ມເມືອງໄຊທານີ 2 ຄົນ ຈາກໂຮງໝໍມະໂຫສົດ 1 ຄົນ ຈາກບ້ານຫ້ວຍຫົງ ເມືອງຈັນທະບູລີ ໂຮງງານອານພີລາວ (ເກັບຕົວຢ່າງຈາກໂຮງໝໍມະໂຫສົດ) ຈໍາປາສັກ 41 ຄົນ ຫຼວງພະບາງ 30 ຄົນ ຄຳມ່ວນ 26 ຄົນ ທັງໝົດ 12 ບ້ານ ຈາກ 3 ເມືອງ ຄື: ທ່າແຂກ 9 ບ້ານ ບົວລະພາ 2 ບ້ານ ນາກາຍ 1 ບ້ານ ສະຫວັນນະເຂດ 20 ຄົນ ໃນນີ້ 13 ຄົນ ແມ່ນຈາກສະຖານທີ່ຄຸມຂັງ ແລະ ຫຼວງນໍ້າທາ 2 ຄົນ ປັດຈຸບັນມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18.814 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3.665 ຄົນ ສະເພາະບ້ານໃໝ່ທີ່ກຳນົດເປັນເຂດແດງໃນນະຄອນຫຼວງວຽງຈັນ ມີ 2 ບ້ານ: ບ້ານໂນນແສງຈັນ ແລະ ບ້ານດອນໜູນ ເມືອງໄຊທານີ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!