ນັບແຕ່ລຸ້ນທີ 20 ເປັນຕົ້ນໄປ ການລົງທະບຽນ ແລະ ເຊັນຮັບຮອງໃບປະກາດສະນີຍະບັດຈົບຫຼັກສູດປະລິນຍາໂທການແພດເຂດຮ້ອນ ແມ່ນຂຶ້ນກັບ ມວສ

    ພິທີມອບ-ໂອນເຊັນຮັບຮອງປະກາດສະນີຍະບັດ ຫຼັກສູດປະລິນຍາໂທການແພດເຂດຮ້ອນ ແລະ ສາທາລະນະສຸກລະຫວ່າງຊາດ ຂອງສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ລະຫວ່າງມະຫາວິທະຍາໄລແຫ່ງຊາດ (ມຊ) ກະຊວງສຶກສາທິການ ແລະ ກີລາ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ກະຊວງສາທາລະນະສຸກໄດ້ຈັດຂຶ້ນວັນທີ 17 ກັນຍາ 2021 ທີ່ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໂດຍການລົງນາມມອບໂອນຂອງທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ກະຊວງສຶກສາທິການ ແລະ ກີລາ ແລະ ລົງນາມຮັບຂອງທ່ານ ບູນຖົມ ຊາມົນຕີ ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ກະຊວງສາທາລະນະສຸກ ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ຫຼັກສູດປະລິນຍາໂທ ສາຂາການແພດເຂດຮ້ອນ ແລະ ສາທາລະນະສຸກລະຫວ່າງຊາດ ຖືກສ້າງຕັ້ງຂຶ້ນໃນປີ 1999 ໂດຍໄດ້ຮັບການອະນຸມັດຈາກລັດຖະບານຂອງ ສປປ ລາວ ພາຍໃຕ້ການບໍລິຫານ ແລະ ຄຸ້ມຄອງໂດຍກົງຂອງສະມາຄົມມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ຫຼື AUF ຫຼັກສູດດັ່ງກ່າວ ໄດ້ຖືກຮັບຮອງ ແລະ ອະນຸມັດໃຫ້ຈັດຕັ້ງປະຕິບັດຢ່າງເປັນທາງການ ວັນທີ 24 ມີນາ 2005 ຈາກກະຊວງສຶກສາທິການ ແລະ ກີລາ ມອບໃຫ້ ມຊ ເຊັນຮັບຮອງໃບປະກາດສະນີຍະບັດດັ່ງກ່າວ.

    ຕາມສັນຍາລະຫວ່າງ AUF ແລະ ລັດຖະບານລາວ ຫຼັກສູດດັ່ງກ່າວຈະຖືກມອບໂອນໃຫ້ລັດຖະບານ ພາຍຫຼັງ AUF ຈັດຕັ້ງປະຕິບັດໄດ້ 15 ປີ ມາຮອດວັນທີ 25 ສິງຫາ 2017 AUF ໄດ້ມອບຫຼັກສູດດັ່ງກ່າວໃຫ້ລັດຖະບານລາວເປັນຜູ້ບໍລິຫານຄຸ້ມຄອງ ຕາງໜ້າມອບໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ໄດ້ມອບໃຫ້ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ສືບຕໍ່ຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວ ເຊິ່ງໃນໄລຍະ 20 ປີ ພາຍໃຕ້ການລົງທະບຽນ ແລະ ຮັບຮອງໃບປະກາດຈາກ ມຊ ຫຼັກສູດປະລິນຍາໂທ ໄດ້ປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາບຸຄະລາກອນໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ ແລະ ບັນດາປະເທດຝຣັ່ງໂກໂຟນີຕ່າງໆ ພາຍຫຼັງໄດ້ຮັບມອບຫຼັກສູດປະລິນຍາໂທດັ່ງກ່າວ ກະຊວງສຶກສາທິການ ແລະ ກີລາ ໄດ້ຂໍທິດຊີ້ນໍາຈາກຄະນະພັກ ຄະນະນໍາກະຊວງສາທາລະນະສຸກ ພ້ອມທັງຈັດກອງປະຊຸມປຶກສາຫາລືກັບພາກສ່ວນກ່ຽວຂ້ອງເຊັ່ນ: ກະຊວງສຶກສາທິການ ແລະ ກີລາ ມຊ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໂດຍຄໍານຶງເຖິງໜ້າທີ່ ພາລະບົດບາດ ແລະ ສາຍສໍາພັນ ກອງປະຊຸມເຫັນດີມອບໂອນການລົງທະບຽນນັກສຶກສາ ແລະ ເຊັນຮັບຮອງໃບປະກາດສະນີຍະບັດຈົບຫຼັກສູດມາຂຶ້ນກັບ ມວສ ແຕ່ລຸ້ນທີ 20 ເປັນຕົ້ນໄປ.

..

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!