ມອບເງິນສະໜັບສະໜູນໂຄງການປັນນໍ້າໃຈເພື່ອຕ້ານໂຄວິດ

     ວັນທີ 17 ກັນຍາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ(ນວ) ກຸ່ມບໍລິສັດໂຄລາວຮ່ວມກັບພະນັກງານ ໄດ້ນຳເງິນ 20 ລ້ານກີບ ມາມອບໃຫ້ອົງການການປົກຄອງ ນວ  ເພື່ອສະໜັບສະໜູນໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19  ກ່າວມອບໂດຍທ່ານ ຄຳຂັນ ນະພາວົງ ຮອງປະທານກຸ່ມບໍລິສັດໂຄລາວ ຈຳກັດ ແລະ ໃຫ້ກຽດຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ໂອກາດນີ້ ທ່ານເຈົ້າຄອງ  ໄດ້ສະແດງຂອບໃຈມາຍັງກຸ່ມບໍລິສັດໂຄລາວ ແລະ ພະນັກງານ ທີ່ເຫັນຄວາມສຳຄັນຂອງວຽກງາ ການຊ່ວຍເຫຼືອສັງຄົມໃນການຕ້ານພະຍາດໂຄວິດ-19 ທີ່ກຳລັງມີການລະບາດໃນປັດຈຸບັນໂດຍສະເພາະຢູ່ນະຄອນຫຼວງ ຍັງຫຼາຍສູນຕ້ອງການໃຫ້ຄວາມຊ່ວຍເຫຼືອດ້ານຕ່າງໆ ເປັນຕົ້ນອາຫານ ນໍ້າດື່ມ ແລະ ສິ່ງຂອງທີ່ຈຳເປັນອື່ນໆ ທີ່ຈະຕ້ອງໄດ້ໃຊ້ງົບປະມານໃນການຈັດແບ່ງການຊ່ວຍເຫຼືອເຂົາເຈົ້າໃຫ້ທົ່ວເຖິງ ເຊິ່ງປັດຈຸບັນກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ອົງການປົກຄອງ ນວ ກໍຄືພາກສ່ວນກ່ຽວຂ້ອງ ໄດ້ເອົາໃຈໃສ່ປຸກລະດົມທົ່ວປວງຊົນ ແລະ ຫົວໜ່ວຍທຸລະກິດທີ່ມີກຳລັງແຮງ ໃຫ້ມີສ່ວນຮ່ວມໃນການປະກອບສ່ວນຊ່ວຍເຫຼືອຜ່ານໂຄງການດັ່ງກ່າວຢ່າງກວ້າງຂວາງ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ ນວ ກໍຄືທົ່ວປະເທດມີຜົນສຳເລັດເທື່ອລະກ້າວ.

ຮູບຂ່າວ (ນັດ 17.09.21)

error: Content is protected !!