ເຈົ້າຄອງ ລົງໃຫ້ທິດຊີ້ນໍາໂຄງການປູກໄມ້ຂອງບໍລິສັດ ມາຣູ ອຸດສາຫະກຳ ຈໍາກັດ ຜູ້ດຽວ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ເຄື່ອນໄຫວກວດກາຄວາມເປັນຈິງຂອງໂຄງການປູກໄມ້ຂອງບໍລິສັດ ມາຣູ ອຸດສາຫະກຳ ຈໍາກັດຜູ້ດຽວ ວັນທີ 16 ກັນຍາ 2021 ທີ່ວັດບ້ານໄຮ່ໃຕ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ມີອໍານາດການປົກຄອງບ້ານ ແລະ ຄະນະກຳມະການກ່ຽວຂ້ອງເຂົ້າຮ່ວມ.

    ການເຄື່ອນໄຫວຄັ້ງນີ້ ທ່ານ ຄໍາສິງ ໄຊຍະຈັກ ຮອງຫົວໜ້າກອງກວດກາປ່າໄມ້ນະຄອນຫຼວງວຽງຈັນ ຕາງໜ້າຄະນະກຳມະການພາກສະໜາມ ລາຍງານໃຫ້ຮູ້ກ່ຽວກັບການລົງກວດກາ ເກັບກໍາຂໍ້ມູນ ແກ້ໄຂຂໍ້ຂັດແຍ່ງທີ່ດິນ ແລະ ການລັກລອບຕັດໄມ້ຂອງບໍລິສັດມາຣຸ ອຸດສາຫະກຳ ຈໍາກັດຜູ້ດຽວ ຢູ່ບ້ານຫີນສິ້ວ ໄຮ່ໃຕ້ ແລະ ບ້ານປາກແຖບ ເມືອງສັງທອງ ຈາກນັ້ນ ທ່ານເຈົ້າຄອງໄດ້ມີຄໍາເຫັນຊີ້ນໍາ ໂດຍໃຫ້ເພີ່ມທະວີຄວາມສາມັກຄີປອງດອງປະຊາຊົນພາຍໃນ 5 ບ້ານ ໃຫ້ໜັກແໜ້ນເຂັ້ມແຂງ ສ້າງບ້ານໃຫ້ເປັນບ້ານປອດຄະດີ ແລະ ເປັນບ້ານພັດທະນາ   ຕິດພັນກັບໂຄງປູກໄມ້ໃຫ້ເປັນວຽກງານດີເດັ່ນ   ເພື່ອເຮັດໃຫ້ມີການດຳລົງຊິວິດທີ່ຖືກຕ້ອງຕາມກົດໝາຍ ແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຫຼຸດພົ້ນມາດຖານພົ້ນທຸກ ປະກອບສ່ວນພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າຍິ່ງໆຂຶ້ນ ໄປຄຽງຄູ່ກັນ ໃຫ້ປະຕິບັດມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ ຮັບປະກັນໃຫ້ປະຊາຊົນພາຍໃນ 5 ບ້ານບໍ່ມີຜູ້ຕິດເຊື້ອ ການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເລີ່ມຈາກຮາກຖານຄອບຄົວ ເຮັດໃຫ້ 5 ບ້ານໄດ້ຮັບການພັດທະນາ ຄອບຄົວມີຄວາມສີວິໄລ ແລະ ອື່ນໆ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!