ສົນທະນານະໂຍບາຍ-ບັນຫາທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງກາແດງ ແລະ ຊີກວົງເດືອນແດງປະເທດອາຊຽນ

    ວັນທີ 16 ກັນຍາ 2021 ຄະນະນໍາກາແດງລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກຄັ້ງທີ 18 ຂອງຜູ້ນໍາກາແດງ ແລະ ຊີກວົງເດືອນແດງບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງບາງກອກ ປະເທດໄທ ໂດຍການເປັນປະທານຂອງ ທ່ານ ເຕດ ບຸນນາກ ເລຂາທິການສະພາກາຊາດໄທ ບັນດາທ່ານການນໍາຈາກກາແດງ ແລະ ຊີກວົງເດືອນແດງ 11 ປະເທດອາຊຽນ ຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ກອງເລຂາອາຊຽນ ແລະ ສູນປະສານງານອາຊຽນສໍາລັບການຊ່ວຍເຫຼືອດ້ານມະນຸດສະທໍາຕໍ່ໄພພິບັດ (AHA) ເຂົ້າຮ່ວມ.

    ສໍາລັບອົງການກາແດງລາວ ແມ່ນທ່ານຮອງ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະເຂົ້າຮ່ວມ ເຊິ່ງໃນກອງປະຊຸມຈະໄດ້ຜັດປ່ຽນກັນການເປັນເຈົ້າພາບຕາມລໍາດັບຕົວພະຍັນຊະນະໃນແຕ່ລະປີ ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດເປັນວົງກ້ວາງຢູ່ບັນດາປະເທດຕ່າງໆ ສະນັ້ນ ຈຶ່ງໄດ້ຈັດກອງປະຊຸມແບບທາງໄກຜ່ານວີດີໂອຄອນເຟີເຣັນ ສໍາລັບປີນີ້ ມີຈຸດປະສົງສົນທະນານະໂຍບາຍ ແລະ ບັນຫາທີ່ກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງກາແດງ ແລະ ຊີກວົງເດືອນແດງປະເທດອາຊຽນ ຮ່ວມກັບຄະນະກໍາມະການກາແດງສາກົນ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ຕົກລົງບາງບັນຫາທີ່ສໍາຄັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກາແດງແຫ່ງຊາດໃຫ້ມີຄວາມຍືນຍົງໃນການຕອບໂຕ້ໄພພິບັດ ການສົ່ງເສີມສຸຂະພາບຊຸມຊົນ ການຊອກຫາແຫຼ່ງທຶນ ແລະ ການສ້າງຊາວຫນຸ່ມອາສາສະໝັກ ພ້ອມກັນນັ້ນ ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການປະກອບສ່ວນຮັບມືຕໍ່ການລະບາດຂອງພະຍາດໂຄວິດ-19. ກອງປະຊຸມໃນຄັ້ງນີ້ປະທານອົງການກາແດງລາວ ຍັງໄດ້ຖືກເຊື້ອເຊີນໃຫ້ເປັນປະທານກອງປະຊຸມໃນຫົວຂໍ້ການຍົກລະດັບການເຮັດວຽກຂອງເຄືອຂ່າຍຊຸມຊົນປອດໄພ ແລະ ມີຄວາມສະຫງົບ ເປັນຕົ້ນ: ບົດບາດຍິງ-ຊາຍ ປະຊາກອນເຄື່ອນຍ້າຍ ແລະ ພະຍາດເອດສ໌ຂອງບັນດາ ປະເທດ.

    ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາສອງວັນຈຶ່ງໄດ້ສໍາເລັດ ແລະ ໃນຕອນທ້າຍຂອງມື້ທີສອງ ຍັງໄດ້ພ້ອມກັນຮັບຮອງເອົາຖະແຫຼງການຮ່ວມອີກດ້ວຍ.

.

# ຂ່າວ – ພາບ :  ວຽງມາ

error: Content is protected !!