EVO ເນັ້ນໃຫ້ການບໍລິການວ່ອງໄວ ເຂົ້າເຖິງລູກຄ້າທຸກຂົງເຂດ-ທຸກລະດັບ

    ອີໂ (EVO) ມຸ່ງໝັ້ນທີ່ຈະສ້າງໃຫ້ເປັນຍີ່ຫໍ້ເສື້ອຜ້າຂອງຄົນລາວ ເພື່ອຄົນລາວ ໂດຍເນັ້ນການໃຫ້ການບໍລິການທີ່ວ່ອງໄວ ສາມາດເຂົ້າເຖິງລູກຄ້າໃນທຸກຂົງເຂດ ພ້ອມທັງຜະລິດ-ຈໍາໜ່າຍສິນຄ້າທີ່ມີຄຸນນະພາບ ສ້າງສັນແບບ ກໍຄືຜະລິດຕະພັນທີ່ມີເອກະລັກ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃນທຸກລະດັບ.    

    ທ່ານ ບູ້ສະໄໜ ບຸດທະວົງ ຄະນະຜູ້ບໍລິຫານບໍລິສັດ ອີໂວ ຈຳກັດ/ສູນຜະລິດ-ຈໍາໜ່າຍອຸປະກອນ ແລະ ເສື້ອຜ້າກີລາ ອີໂວ ໃຫ້ສໍາພາດວັນທີ 16 ກັນຍາ 2021 ວ່າ: ອີໂວ (EVO) ຫຍໍ້ມາຈາກ EVOLUTION (ວິວັດທະນາການ) ເປັນຜະລິດຕະພັນທີ່ມີຄວາມຄິດສ້າງສັນ ຕອບໂຈດລູກຄ້າ ແລະ ພັດທະນາຢ່າງບໍ່ຢຸດນິ້ງ ອີໂວ ສະຕໍ (EVO STORE) ເປັນສູນຈຳໜ່າຍ ແລະ ຜະລິດງານພິມທີ່ເນັ້ນຄຸນນະພາບ ເຄື່ອງກີລາທີ່ເນັ້ນສະເພາະກີລາບານເຕະ (Soccer sport wear) ແລະ ມີເປົ້າໝາຍສ້າງຍີ່ຫໍ້ເຄື່ອງກີລາຂອງຄົນລາວ ຜະລິດຢູ່ລາວ 100% ນຳເຂົ້າ ແລະ ຜະລິດສິນຄ້າທີ່ມີຄຸນນະພາບສູ່ສັງຄົມລາວ ດ້ວຍຄວາມມັກ-ຮັກໃນກີລາບານເຕະຂອງກຸ່ມໝູ່ເພື່ອນທີ່ຕ້ອງການໃຫ້ສັງຄົມລາວມີເຄື່ອງກີລາທີ່ມີຄຸນນະພາບ ແລະ ການບໍລິການທີ່ດີ ທີ່ທຸກຂົງເຂດສາມາດເຂົ້າເຖິງໄດ້ ຈຶ່ງເຮັດໃຫ້ບໍລິສັດ ອີໂວ ຈຳກັດ/ສູນຜະລິດ-ຈໍາໜ່າຍອຸປະກອນ ແລະ ເສື້ອຜ້າກີລາ ອີໂວ ຖືກສ້າງຕັ້ງຂຶ້ນ ປີ 2015 ໂດຍມີສໍານັກງານຕັ້ງຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

    ປັດຈຸບັນ EVO STORE ໄດ້ຍ້າຍສໍານັກງານຈາກບ້ານສີວິໄລ ມາຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີຜະລິດຕະພັນ ອຸປະກອນ ແລະ ເສື້ອຜ້າກີລາຫຼາຍຢ່າງທີ່ຜະລິດເອງ ເປັນຕົ້ນເສື້ອ ໂສ້ງ ຖົງຕີນ ເສື້ອໂປໂລ ຊຸດວອມ ເສື້ອຕຶກເບັດ ຜ້າອັດປາກ-ດັງ ການຜະລິດເສື້ອຜ້າລາຍພິເສດຕ່າງໆ ກໍຄືການຜະລິດຕາມຄວາມຕ້ອງການຂອງລູກຄ້າ ເລີ່ມແຕ່ການອອກແບບຈົນເຖິງການຜະລິດ ລວມທັງຜະລິດຕະພັນສໍາເລັດຮູບແບບດ່ວນ ໂດຍສະເພາະຕິດໂລໂກ ໃສ່ເບີ ໃສ່ຊື່ ແລະ ຂໍ້ມູນຕ່າງໆ ນອກນີ້ ຍັງນໍາເຂົ້າຜະລິດຕະພັນຂອງຍີ່ຫໍ້ໄທ ເປັນຕົ້ນ ແກຣນສະປອດ ຄູລ ເວີຊູສ ແລະ ອື່ນໆ ປັດຈຸບັນ ພວກເຮົາມີ 7 ສາຂາທົ່ວປະເທດ ແລະ ມີແຜນຂະຫຍາຍໃຫ້ໄດ້ອີກ 5 ສາຂາ (ລວມ 12) ໃນປີນີ້ ເພື່ອໃຫ້ລູກຄ້າທົ່ວປະເທດສາມາດເຂົ້າເຖິງສິນຄ້າ ຫຼືຜະລິດຕະພັນຂອງພວກເຮົາສະດວກຂຶ້ນ.

    ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ທຸກພາກສ່ວນທຸລະກິດ ພວກເຮົາເປັນຜູ້ສະໜອງສິນຄ້າທີ່ຕອບສະໜອງຄວາມຕ້ອງການດ້ານກີລາ ແນ່ນອນກໍໄດ້ຮັບຜົນກະທົບເຊັ່ນກັນ ເນື່ອງຈາກບໍ່ໃຫ້ມີການຈັດກິດຈະກໍາດ້ານກີລາ ແຕ່ພວກເຮົາກໍຖືວິກິດໃຫ້ເປັນໂອກາດ ໂດຍອາໃສໄລຍະທີ່ບໍ່ສາມາດໃຫ້ບໍລິການລູກຄ້າໄດ້ເຕັມທີ່ ເພື່ອປັບໂຕ ແລະ ພັດທະນາຜະລິດຕະພັນຕ່າງໆໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼາຍຂຶ້ນ ໂດຍສະເພາະພວກເຮົາມີຜະລິດຕະພັນກ່ຽວກັບບານເຕະ ແລະ ກີລາທົ່ວໄປແລ້ວ ກໍໄດ້ສຸມໃສ່ພັດທະນາຊຸດກີລາລົດຖີບ ບານບ້ວງ ບານສົ່ງ ດອກປີກໄກ່ ແລະ ອື່ນໆ ນອກນີ້ ຍັງໄດ້ສຸມໃສ່ພັດທະນາລະບົບການຈັດການໃຫ້ມີຄວາມສະຖຽນຫຼາຍຂຶ້ນ ເປັນຕົ້ນ ເລື່ອງໂປຣແກຣມ ການຂາຍອອນລາຍ ແລະ ອື່ນໆ ເພື່ອຮອງຮັບການຂະຫຍາຍສາຂາມີຄວາມສະດວກຂຶ້ນ ພ້ອມນີ້ ຍັງໄດ້ສົ່ງເສີມຄວາມສໍາພັນກັບຮ້ານຄ້າທີ່ເປັນຄູ່ຮ່ວມທຸລະກິດ ແລະ ລູກຄ້າ ໂດຍສະເພາະການອອກແບບຜະລິດຕະພັນ ແລະ ເບິ່ງເລື່ອງການສະຕ໋ອກສິນຄ້າຊ່ວຍເຂົາເຈົ້າ.

    ເນື່ອງຈາກເປັນຜູ້ສະໜອງສິນຄ້າທີ່ຕອບສະໜອງຄວາມຕ້ອງການດ້ານກີລາ ນັບແຕ່ມື້ສ້າງຕັ້ງບໍລິສັດເປັນຕົ້ນມາ ພວກເຮົາກໍໄດ້ມີສ່ວນຮ່ວມ ແລະ ສະໜັບສະໜູນຫຼາຍສະຫະພັນກີລາ ກໍຄືການຈັດງານກ່ຽວກັບກີລາຕ່າງໆເປັນປົກກະຕິ ແລະ ມີລັກສະນະເພີ່ມຂຶ້ນເລືື້ອຍໆ ແຕ່ເນື່ອງຈາກພົບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ເຮັດໃຫ້ການຈັດງານກີລາຫຼາຍຢ່າໆໄດ້ເລື່ອນໄປ ແຕ່ພວກເຮົາກໍໄດ້ຊ່ວຍເທົ່າທີ່ຊ່ວຍໄດ້ ໂດຍສະເພາະຜ້າອັດປາກ-ດັງ ນອກນີ້ ຍັງສະໜັບສະໜູນບາງປະເພດກີລາ ເປັນຕົ້ນສະຫະພັນກີລາແລ່ນລານ ອີສະປອດ ແລະ ອື່ນໆ ແລະ ມີແຜນການທີ່ຈະໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ພາຍຫຼັງການລະບາດຂອງພະຍາດໂຄວິດຈາງລົງ ແລະ ການຈັດງານກີລາຕ່າງໆກັບມາຈັດເປັນປົກກະຕິ.

#  ຂ່າວ – ພາບ :  ສະບາໄພ

error: Content is protected !!