ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 154 ຄົນ ໃນນີ້ກໍລະນີນໍາເຂົ້າມີພຽງແຕ່ 23 ຄົນ

     ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ປະຈໍາວັນທີ 16 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 15 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.270 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 154 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນ 131 ຄົນ ເຊິ່ງຈາກຄຳມ່ວນ 58 ຄົນ ກຸ່ມທີ 1 ບ້ານນາໄກ່ເຂ່ຍ ເມືອງ ທ່າແຂກ ເປັນກຸ່ມທີ່ມີອາການທາງລະບົບຫາຍໃຈ 10 ຄົນ ກຸ່ມທີ 2 ຄ້າຍຄຸມຂັງເມືອງທ່າແຂກ (ສຳຜັດກັບຕໍາຫຼວດ) ມີ 1 ຄົນ ກຸ່ມທີ 3 ຈາກ 4 ເມືອງຄື: ເມືອງທ່າແຂກ 20 ບ້ານ ເມືອງ ມະຫາໄຊ 2 ບ້ານ ເມືອງ ເຊບັ້ງໄຟ 3 ບ້ານ ແລະ ເມືອງໄຊບົວທອງ 1 ບ້ານ ສະຫວັນນະເຂດ 22 ຄົນ ຈາກສະຖານທີ່ຂຸມຂັງ 17 ຄົນ ພະນັກງານບໍລິສັດເອຄອນ 5 ຄົນຄື ນະຄອນໄກສອນມີ ເພດຊາຍ ອາຍຸ 29 ປີ ບ້ານ ອຸດົມວິໄລ ເພດຍິງ ອາຍຸ 31 ປີ ບ້ານຫົວເມືອງໃຕ້ ເພດຊາຍ ອາຍຸ 29 ປີ ບ້ານໄຊຍະພູມ ເພດຊາຍ ອາຍຸ 29 ປີ ບ້ານ ໂພນສູງ ເພດຊາຍ ອາຍຸ 30 ປີ ບ້ານ ໂພນທັນ ເມືອງໄຊບູລີ ຈໍາປາສັກ 20 ຄົນ ທັງໝົດມາຈາກນະຄອນປາກເຊ ຫຼວງພະບາງ 13 ຄົນ ກຸ່ມທີ 1 ມີ 9 ຄົນ ຈາກບ້ານໂພນໄຊ ເມືອງນານ ໄດ້ຈຳກັດບໍລິເວນຢູ່ສູນເມືອງນານ ແຕ່ວ່າໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນໄຊທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2021 ກຸ່ມທີ 2 ມີ 3 ຄົນ ຈາກບ້ານຫ້ວຍແລ ເມືອງ ງອຍ ອາຊີບ ກໍາມະກອນ (ທັງ 3 ຄົນ) ແລະ ເດີນທາງມາຈາກນະຄອນຫຼວງວຽງຈັນ ໃນວັນທີ 1 ກັນຍາ 2021 ເຂົ້າສູນເມືອງງອຍ ແລະ ໄດ້ເກັບຕົວຢ່າງ 3 ຄັ້ງ ເຊິ່ງຄັ້ງທີ 3 ເກັບຕົວຢ່າງໃນວັນທີ 15 ກັນຍາ 2021 ຜົນວິເຄາະພົບເຊື້ອ ກຸ່ມທີ 3 ມີ 1 ຄົນ ຢູ່ບ້ານທ່າລີ່ ເມືອງນານ ໄດ້ພົວພັນກັບກໍລະນີຕິດເຊື້ອຢູ່ບ້ານດຽວກັນ  ແລະ  ນະຄອນຫຼວງວຽງຈັນ 9 ຄົນ  ໃນນີ້ ຈາກບ້ານ ໜອງທາເໜືອ 2 ຄົນ ຮ່ອງໄກ່ແກ້ວ 1 ຄົນ ຕາດທອງ 1 ຄົນ ໂຮງງານຕັດຫຍິບ ອິນເຕີເມດ ແຟຊັນ 3 ຄົນ (ບ້ານ ໄຊສະຫວ່າງ ເມືອງໄຊທານີ 2 ຄົນ ແລະ ດອນໜູນ 1 ຄົນ) ບ້ານ ດ່ານຊ້າງ 1 ຄົນ (ລູກຊາຍກໍລະນີຕິດເຊື້ອທີ່ແມ່ຂາຍເຄື່ອງຢູ່ຕະຫຼາດດ່ານຊ້າງ ແລະ ໄດ້ລາຍງານວັນທີ 14 ກັນຍາ 2021) ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ 1 ຄົນ ເປັນລູກຊາຍ ຂອງກຸ່ມທີ່ໄປເຮືອນດີພີ່ນ້ອງຢູ່ບ້ານສ້າງນໍ້າມັນ ນະຄອນປາກເຊ ໃນວັນທີ 05 ກັນຍາ 2021 ບໍ່ແກ້ວ 6 ຄົນ ຈາກເມືອງຕົ້ນເຜິ້ງ 5 ຄົນ ແລະ ເຂດເສດຖະກິດພິເສດ 1 ຄົນ ຫຼວງນໍ້າທາ 2 ຄົນ ທັງໝົດຄົນສັນຊາດຈີນທີ່ເຄີຍເຮັດວຽກຢູ່ເຂດພິເສດສາມຫຼ່ຽມຄໍາ ແລະ ແຂວງ ສາລະວັນ 1 ຄົນ ຈາກບ້ານໂນນເດື່ອ ເມືອງ ເລົ່າງາມ ເປັນຜູ້ສຳຜັດໄກ້ສິດກັບສາມີທີ່ຕິດເຊື້ອ ແລະ ຖືກລາຍງານໃນວັນທີ 9 ກັນຍາ 2021.

    ສໍາລັບກໍລະນີນໍາເຂົ້າມີ 23 ຄົນ ຈາກສະຫວັນນະເຂດ 10 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ຈໍາປາສັກ 3 ຄົນ ຄຳມ່ວນ 3 ຄົນ ແລະ ສາລະວັນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນປັດຈຸບັນຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ແລະ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18.059 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 4.108 ຄົນ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!