ເຂດສ່ຽງທີ່ຜູ້ຕິດເຊື້ອເດີນທາງໄປ ໃນນະຄອນຫຼວງວຽງຈັນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ປະຈໍາວັນທີ 16 ກັນຍາ 2021 ທີ່ກະຊວງສາທາລະນະສຸກໃນນີ້ໄດ້ລາຍງານໃຫ້ຮູ້ ເຂດສ່ຽງ/ສະຖານທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງວຽງຈັນ ເຊິ່ງມີບໍລິສັດ ອານພີລາວ ແອງແຕກນາຊົງນານ ຈຳກັດຜູ້ດຽວ (ໂຮງງານຕັດຫຍິບ) ບ້ານໜອງທາເໜືອ ເມືອງ ຈັນທະບູລີ ໂຮງງານ ຕັດຫຍິບ ອິນທິເມດ ແຟຊັນ ບ້ານ ໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮ້ານ D-mart ພະຂາວ ວັນທີ 6 ກັນຍາ 2021 ໄປຕໍ່ເອກະສານຢູ່ດ່ານຂົວມິດຕະພາບ ວັນທີ 7 ກັນຍາ 2021 ໄປກວດຢູ່ຄລີນິກ ຫ້ວຍຫົງ.

    ບ້ານທີ່ຖືກກຳນົດເປັນບ້ານແດງໃໝ່ປະຈຳວັນທີ 16 ກັນຍາ 2021 ໃນນະຄອນຫຼວງວຽງຈັນ ມີ 1 ບ້ານ ຄື ບ້ານໜອງທາເໜືອ ເມືອງຈັນທະບູລີ ແລະ ບ້ານທີ່ຍັງເປັນເຂດແດງໃນນະຄອນຫຼວງວຽງຈັນ ມີ 19 ບ້ານ ສ່ວນບ້ານທີ່ຍັງເປັນເຂດແດງໃນແຂວງບໍ່ແກ້ວມີ 4 ບ້ານ ສະຫວັນນະເຂດ ມີ 23 ບ້ານ ແລະ ບ້ານທີ່ຍັງເປັນເຂດແດງ ໃນແຂວງຄຳມ່ວນ.ມີ 45 ບ້ານ.

.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!