ນວ ເລັ່ງອະນາໄມລວງຄອງລະບາຍ​ນໍ້າບຶງ​ທາດຫຼວງ

   ວັນ 15 ກັນຍາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ທ່ານຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ທ່ານເຈົ້າເມືອງ ຮອງເຈົ້າເມືອງໄຊເສດຖາ ທ່ານຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານຫົວໜ້າ ຮອງຫົວໜ້າຂະແໜງຊົນລະປະທານ ທ່ານຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊເສດຖາ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຊຸກຍູ້ຂະບວນການອອກແຮງານຕ້ານແລ້ງ-ຕ້ານຖ້ວມ ເອົາຜັກຕົບອອກຈາກຄອງລະບາຍນໍ້າບຶງທາດຫຼວງ ແຕ່ຈຸດປາກຮ່ອງແກເຂດເສດຖະກິດບຶງທາດຫຼວງ ຫາຂົວບ້ານຫົວຂົວ ເມືອງໄຊເສດຖາ.

    ໃນໂອກາດທີ່ທ່ານຮອງເຈົ້າຄອງ ນວ ລົງໄປຕິດຕາມຊຸກຍູ້ຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພະແນກກະສິກຳ ແລະ ປ່າໄມ້ ນວ ແລະ ອຳນາດການປົກຄອງເມືອງໄຊເສດຖາ ພ້ອມດ້ວຍກຳລັງແຮງງານທີ່ເປັນທະຫານກອງບັນຊາການທະຫານ ນວ ແລະ ທະຫານເມືອງໄຊເສດຖາ ທີ່ໄດ້ເອົາໃຈໃສ່ປະຕິບັດລວງຄອງລະບາຍນໍ້າບຶງທາດຫຼວງເອົາຜັກຕົບອອກຈາກຄອງເພື່ອເຮັດໃຫ້ນໍ້າໄຫຼສະດວກໃນເວລາຝົນຕົກ ເພື່ອປ້ອງກັນບໍ່ໃຫ້ນໍ້າຖ້ວມຂັງເຂດຕົວເມືອງ ພ້ອມນີ້ ທ່ານຍັງໄດ້ຊີ້ນຳໃຫ້ສືບຕໍ່ຈັດຕັ້ງປະຕິບັດລວງຄອງລະບາຍນໍ້າຈຸດທີ່ຫຼໍ່ແຫຼມ ແລະ ມີຄວາມສ່ຽງຈະເກີດນໍ້າຖ້ວມຂັງ ທັງນີ້ເພື່ອຮັບປະກັນບໍ່ໃຫ້ມີນໍ້າຖ້ວມຂັງຕົວເມືອງວຽງຈັນ.

     ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ກ່າວວ່າ: ການລວງຄອງລະບາຍນໍ້າຄັ້ງນີ້ ໄດ້ອະນາໄມຜັກຕົບ ແລະ ດິນຕະກອນອອກຈາກຄອງລະບາຍນໍ້າຢູ່ເຂດເມືອງໄຊເສດຖາ 4 ໄລຍະຄື: ແຕ່ຮ່ອງແກຫາເຂດເສດຖະກິດບຶງທາດຫຼວງ ຍາວ 560 ແມັດ ແລະ ຮ່ອງນ້ອຍຢູ່ບໍລິເວນເຂດເສດຖະກິດບຶງທາດຫຼວງ ແຕ່ປາກຮ່ອງແກຫາຂົວບ້ານຫົວຂົວ ຍາວ 730 ແມັດ ແຕ່ປາກຮ່ອງວຽງຈະເລີນ ຫາປາກຮ່ອງແຊງ ຍາວ 500 ແມັດ ແລະ ແຕ່ເຂດບ້ານໜອງໜ່ຽງ ຫາຈຸດທາງດ່ວນຂ້າມຄອງລະບາຍເຂດບ້ານຮ່ອງສຸພາບ ຍາວ 1.200 ແມັດ ສໍາລັບແຕ່ປາກຮ່ອງແກ ຫາຂົວບ້ານຫົວຂົວ ແລະ ແຕ່ປາກຮ່ອງວຽງຈະເລີນ ຫາປາກຮ່ອງແຊງ  ອະນາໄມສ້າງຂະບວນການເຊິ່ງໄດ້ນຳໃຊ້ກົນຈັກ ແລະ ແຮງງານຄົນທີ່ເປັນກຳລັງທະຫານກອງບັນຊາການທະຫານ ນວ ແລະ ທະຫານເມືອງໄຊເສດຖາວັນລະ 20 ຄົນ ເລີ່ມປະຕິວັນທີ 11 ກັນຍາ 2021 ເປັນຕົ້ນມາ ແລະ ຄາດວ່າຈະສຳເລັດວັນທີ 16 ກັນຍາ 2021.

# ຂ່າວ – ຮູບ : ສົມສະຫວັນ

error: Content is protected !!