ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງຈໍາປາສັກ ທັງເປັນການປະກອບສ່ວນດ້ານທຶນຮອນຊ່ວຍພາກລັດ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ COVID-19 ສະມາຄົມຈີນ ແລະ ຊາວຈີນນະຄອນປາກເຊ ແຂວງຈໍາປາສັກ ຈຶ່ງໄດ້ນໍາເງິນຈໍານວນ 200 ລ້ານກີບ ໄປມອບໃຫ້ຫ້ອງວ່າການປົກຄອງແຂວງຈໍາປາສັກ ເພື່ອປະກອບສ່ວນແກ້ໄຂວຽກງານດັ່ງກ່າວ.

ພິທີມອບ-ຮັບເງິນຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນວັນທີ 28 ເມສາ 2020 ຢູ່ຫ້ອງວ່າການປົກຄອງແຂວງຈໍາປາສັກ ເຊິ່ງມອບໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດຕັງຈະເລີນ ປະທານສະມາຄົມຈີນ ແລະ ຊາວຈີນນະຄອນປາກເຊ ແລະ ຮັບໂດຍທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໂດຍມີທ່ານຮອງເຈົ້າແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ແລະ ຄະນະສະມາຄົມຈີນ ພ້ອມຊາວຈີນນະຄອນປາກເຊ ເຂົ້າຮ່ວມເປັນສັກຂີພິຍານ.
# ຂ່າວ & ພາບ: ສະບາໄພ