ອີກ 2 ຂ່າວດີ ! ມື້ນີ້ບໍ່ມີໃຜຕິດເຊື້ອເພີ່ມ ແລະ 1 ກໍລະນີເດີມທີ່ຫຼວງພະບາງໄດ້ອອກໂຮງໝໍກັບບ້ານແລ້ວ

    ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ວັນທີ 29 ເມສາ 2020 ຢູ່ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອເພີ່ມ ແລະ ມີຂ່າວດີຜູ້ທີ່ຕິດເຊື້ອ Covid-19 ທີ່ປິ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ເພດຊາຍ ແມ່ນໄດ້ອອກໂຮງໝໍກັບເຮືອນໃນມື້ນີ້ ຕົວເລກສະສົມຜູ້ທີ່ຕິດເຊື້ອ ຍັງຢູ່ 19 ຄົນ ແລະ ປິ່ນປົວດີກັບເຮືອນແລ້ວຈຳນວນ 8 ຄົນ. 

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ: ໃນວັນທີ 28 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 33 ຄົນໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 11 ຄົນ ເກັບຕົວຢ່າງຜູ້ຕິດເຊື້ອມາກວດຄືນ 03 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 19 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ). ໃນຈໍານວນຜູ້ມີອາການສົງໄສ 11 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ 09 ຄົນ ແຂວງຈຳປາສັກ 01 ຄົນ ແລະ ແຂວງຄຳມ່ວນ 01 ຄົນ ສຳລັບແຮງງານລາວຈຳນວນ 19 ຄົນ ລາຍລະອຽດດັ່ງນີ້: ແຂວງສະຫວັນນະເຂດ 11 ຄົນ ແຂວງຈຳປາສັກ 08 ຄົນ ຜົນກວດທັງໝົດ 33 ຄົນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 28 ເມສາ 2020 ບໍ່ມີກໍລະນີໃໝ່. 

    ນັບແຕ່ເດືອນມັງກອນ ຮອດວັນທີ 27 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,917 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (17 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).

    ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທັງໝົດມີ 313 ຄົນ ໄດ້ຄົບກຳນົດຕິດຕາມແລ້ວ. ມາຮອດວັນທີ 28 ເມສາ 2020 ທົ່ວປະເທດ ຍັງມີສູນຈໍາກັດບໍລິເວນທັງໝົດ 193 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 759 ຄົນ ຈໍາກັດບໍລິເວນຢູ່ເຮືອນ 439 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 514 ຄົນ ທັງໝົດບໍ່ພົບເຊື້ອ. ປັດຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍແຕ່ 12 ຄົນ ໃນນີ້ ຢູ່ໂຮງໝໍແຂວງຫຼວງພະບາງ ມີ 01 ຄົນ ເປັນເພດຊາຍ ໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ຈະໄດ້ໃຫ້ອອກໂຮງໝໍໄປຕິດຕາມຢູ່ເຮືອນ ຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າມີອາການເບົາບາງ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ຈຶ່ງໃຫ້ອອກໂຮງໝໍ.

    # ຂ່າວ & ພາບ: ຊິລິການດາ

error: Content is protected !!