ເຈົ້າເມືອງອາດສະພັງທອງ ລົງແຈກຢາຍຜ້າອັດປາກ-ອັດດັງໃຫ້ແກ່ປະຊາຊົນ ແລະ ແມ່ຄ້າຊາວຂາຍຢູ່ທີ່ຕະຫຼາດຮຸ່ງເຮືອງ

​ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່ ພະຍາດ COVID-19 ໃນວັນທີ 29 ເມສາ 2020 ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວແຈກຢາຍຜ້າອັດປາກ-ອັດດັງ ໃຫ້ແກ່ປະຊາຊົນ ແລະ ພໍ່ຄ້າ-ແມ່ຄ້າຊາວຂາຍ ຢູ່ຕະຫຼາດຮຸ່ງເຮືອງ ເມືອງດັ່ງກ່າວ.

    ການລົງເຄື່ອນໄຫວແຈກຢາຍຜ້າອັດປາກ-ອັດດັງຄັ້ງນີ້ ຍ້ອນຄວາມເປັນຫວ່ງເປັນໄຍຂອງຂັ້ນເທິງ ເວົ້າລວມ ເວົ້າສະເພາະກໍ່ຄືການນໍາຂັ້ນເມືອງອາດສະພັງທອງ ທີ່ມີຕໍ່ປະຊາຊົນພາຍໃນເມືອງ ເປັນການຜັນຂະຫຍາຍຄໍາສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ແລະ ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ໃນການແຈກຢາຍຜ້າອັດປາກ-ອັດດັງ ໃຫ້ແກ່ປະຊາຊົນເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນການລະບາດພະຍາດ ໂຄວິດ-19 ເຖິງແມ່ນວ່າການແຈກຢາຍຄັ້ງນີ້ອາດມີຈໍານວນບໍ່ຫຼາຍ ແຕ່ກໍ່ແມ່ນຄວາມຕັ້ງໃຈປະກອບສ່ວນຂອງການນໍາເມືອງ ເພື່ອຊຸກຍູ້ຂະບວນການຕ້ານພະຍາດ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດຢູພາຍໃນເມືອງ.


​   ໃນໂອກາດນີ້ ທ່ານເຈົ້າເມືອງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດທຸກຄໍາສັ່ງຂອງຂັ້ນເທິງ ພ້ອມທັງໃຫ້ມີການໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ເຖິງຄວາມອັນ ຕະລາຍຂອງພະຍາດດັ່ງກ່າວ ໃຫ້ທົ່ວເຖິງ ແລະ ຮຽກຮ້ອງໃຫ້ປະຊາຊົນພາຍໃນເມືອງຈົ່ງພ້ອມກັນເອົາໃຈ ໃສ່ປະຕິບັດຄຳສັ່ງແນະນຳ ເລກທີ 06/ນຍ ຂອງທ່ານນາຍົກລັດຖະມົນຕີ ຢ່າງເຂັ້ມງວດ ເພື່ອພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ດ້ວຍຄວາມປອດໄພ.

error: Content is protected !!