ບໍລິສັດສີມັງຄອນຈ໌ ມອບອຸປະກອບການແພດມູນຄ່າຫຼາຍກວ່າ 200 ລ້ານກີບຕ້ານພະຍາດ Covid-19

    ບໍລິສັດສີມັງຄອນຈ໌ ໄດ້ນຳເອົາອຸປະກອນການແພດ ປະກອບມີ ຢາກວດຫາເຊື້ອພະຍາດ Covid-19 ຈຳນວນ 2.016 ຫຼອດ ມູນຄ່າ 195.000.000 ກີບ ເຄື່ອງກວດອຸນຫະພູມ ຈຳນວນ 20 ອັນ ມູນຄ່າ 10 ລ້ານກີບ ນຳມາມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອຕ້ານການແຜ່ລະບາດຂອງພະຍາດCovid-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ຫຼຸດລົງໂດຍໄວ. 

    ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ຈັດຂຶ້ນວັນທີ 29 ເມສາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າມອບຂອງທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານບໍລິສັດສີມັງຄອນຈ໌ ຕາງໜ້າຮັບຂອງທ່ານ ພູໂຂງ ບັນນາວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ມີທ່ານປະທານບໍລິສັດສີມັງຄອນຈ໌ ພ້ອມດ້ວຍຄະນະເຂົ້າຮ່ວມ. 

    ທ່ານ ນາງ ອໍລະໄທ ສັນຕິຄົງຄາ ໄດ້ກ່າວວ່າ: ເພື່ອເປັນການຮ່ວມຕ້ານການລະບາດຂອງພະຍາດນີ້ ທາງບໍລິສັດຈຶ່ງໄດ້ເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງປະຊາຊົນລາວ ກໍຄືນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນຕ້ອງການແບ່ງເບົາຊ່ວຍພັກ-ລັດ ຈຶ່ງໄດ້ນໍາເອົາອຸປະກອນການແພດມາມອບປະກອບສ່ວນໃນຄັ້ງນີ້ ເຊີ່ງໄລຍະຜ່ານມາ ບໍລິສັດຂອງພວກເຮົາຍັງໄດ້ມອບອຸປະກອນການແພດຂັ້ນພື້ນຖານມອບໃຫ້ທາງອຳນາດການປົກຄອງບ້ານທີ່ຕັ້ງຢູ່ໃກ້ຄຽງກັບໂຮງງານຜະລິດຂອງພວກເຮົາຢູ່ແຂວງວຽງຈັນ ແລະ ຫຼວງພະບາງ ແລະ ມອບງົບປະມານຈຳນວນໜຶ່ງປະກອບສ່ວນຊ່ວຍເຫຼືອແພດໝໍ ແລະ ໃຫ້ຕໍ່ໜ້າ ກໍຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອເພີ່ມຕື່ມ. 

    ໃນໂອກາດນີ້ ທ່ານ ພູໂຂງ ບັນນາວົງ ໄດ້ສະແດງຄວາມຂອບໃຈຕໍ່ບັນດາບໍລິສັດດັ່ງກ່າວ ທີ່ເຫັນຄວາມສຳຄັນ ແລະ ສະໜັບສະໜູນໃນການຕ້ານການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ ສປປ ລາວ ກໍຄື ນວ ພ້ອມທັງຢືນຢັນວ່າ ຈະນໍາເອົາອຸປະກອນການແພດດັ່ງກ່າວໄປນໍາໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!