ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 54 ຄົນ ໃນນັ້ນ ນວ ມີ 24

    ທ່ານນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ຢູ່ ສປປ ລາວ ວ່າ: ມາຮອດວັນທີ 13 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 3.985 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 127 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 73 ຄົນ ເຊິ່ງມາຈາກແຂວງສະຫວັນນະເຂດ 24 ຄົນ ນະຄອນຫຼວງ 11 ຄົນ ຄຳມ່ວນ 30 ຄົນ ສາລະວັນ 6 ຄົນ ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

    ສໍາລັບການຕິດເຊື້ອໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ແມ່ນມີລາຍລະອຽດດັ່ງນີ້:

    ນະຄອນຫຼວງ 24 ຄົນ ຄື:

  • ບ້ານອາມອນ ເມືອງໄຊເສດຖາ 2 ຄົນ (ພໍ່ ແລະ ລູກ)
  • ບ້ານດອນນົກຂຸ້ມ 2 ຄົນ
  • ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ 1 ຄົນ (ນັກສຶກສາ ແຕ່ພັກຮຽນເຮັດວຽກເສີມຢູ່ຮ້ານ Mini Big C ສາຂາແຖວທະນາຄານກາງ) ຜູ້ກ່ຽວພັກຢູ່ຫ້ອງແຖວດຽວກັນກັບກໍລະນີຕິດເຊື້ອ ທີ່ລາຍງານວັນທີ 11 ກັນຍາ ບໍ່ໄດ້ສຳຜັດໂດຍກົງ ບໍ່ໄດ້ພົບກັນ ຜູ້ກ່ຽວພັກຢູ່ຫ້ອງເບີ 10 ແລະ ຜູ້ຕິດເຊື້ອພັກຢູ່ຫ້ອງເບີ 12  ໝາຍເຫດ: ຢູ່ຫ້ອງນໍາກັນ 3 ຄົນ ລວມທັງຜູ້ກ່ຽວ ໝູ່ 2 ຄົນ ໄດ້ເກັບຕົວຢ່າງພ້ອມກັນຢູ່ບຶງຂະຫຍອງ ວັນທີ 13 ກັນຍາ 2021
  • ບ້ານໄຊສະຫວ່າງ ເມືອງໄຊທານີ 2 ຄົນ (ທັງ 2 ຄົນແມ່ນຄົນໄທ ເປັນວິຊາການຊ່າງແປງຈັກຂອງໂຮງງານຕັດຫຍິບອິນເຕີເມັດແຟຊັນ)
  • ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ 3 ຄົນ (ຄອບຄົວດຽວກັນ ທັງໝົດບໍ່ມີອາການ ທັງສາມຄົນເດີນທາງໄປຮ່ວມເຮືອນດີ ຢູ່ບ້ານສາງນ້ຳມັນ ນະຄອນປາກເຊ ວັນທີ 3-10 ກັນຍາ 2021 ພ້ອມກັນກັບ 9 ຄົນ ທີ່ລາຍງານມື້ວານນີ້ ໃນຄອບຄົວມີອີກ 4 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ: ເມຍ ລູກອີກ 2 ຄົນ ແລະ ແມ່ເຖົ້າທີ່ຈະໄປກວດມື້ນີ້)
  • ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ 4 ຄົນ (ເປັນຄອບຄົວດຽວກັນ ພໍ່ແມ່ ແລະ ລູກ ເດີນທາງໄປເຮືອນດີ ບ້ານສາງນໍ້າມັນ ນະຄອນປາກເຊ ເຊັ່ນດຽວກັນ)
  • ບ້ານຫ້ວຍຫົງ ເມືອງຈັນທະບູລີ 1 ຄົນ ອາຊີບ: ຂັບລົດທ່ອງທ່ຽວ ປະຫວັດເດີນທາງໄປເຮືອນດີ ບ້ານສາງນໍ້າມັນ ນະຄອນປາກເຊ ໄລຍະວັນທີ 4-6 ກັນຍາ 2021 ໄລຍະກັບມານະຄອນຫຼວງວຽງຈັນ ໃນວັນທີ 11 ຜູ້ກ່ຽວ ໄປຊ່ວຍວຽກເຮືອນດີ ບ້ານໂພນເຄັງ (ຂັບລົດຮັບສົ່ງຄູບາ) ແຕ່ງານສົ່ງສະການແມ່ນຢູ່ຮ່ອງສຸພາບ
  • ບ້ານດົງໝາກຄາຍ 1 ຄົນ ເພດຍິງ ພະນັກງານຊັບພະຍາກອນນໍ້າ ມີປະຫວັດເດີນທາງໄປເຮືອນດີຢູ່ ບ້ານສ້າງນ້ຳມັນ ນະຄອນປາກເຊ ໃນຕົ້ນເດືອນ 9 ຫຼັງຈາກກັບມານະຄອນຫຼວງ ວັນທີ 7-10 ກັນຍາ ຜູ້ກ່ຽວໄປວຽກປົກກະຕິ (ເພື່ອນຮ່ວມງານທີ່ນັ່ງຢູ່ຫ້ອງດຽວກັນປະມານ 10 ຄົນ)
  • ກຸ່ມຕະຫຼາດ ດົງໝາກຄາຍ ເມືອງໄຊທານີ ທັງໝົດ 6 ຄົນ (ເຊື່ອມໂຍງກັບຜູ້ຂາຍຜັກຕະຫຼາດດອນໜູນ ທີ່ລາຍງານຕິດເຊື້ອໃນອາທິດຜ່ານມາ)
  • ບ້ານດ່ານຊ້າງ ບ້ານໂນນແສງຈັນ ແລະ ບ້ານລາດຄວາຍ.
  • ສະຫວັນນະເຂດ 4 ຄົນ ຄື: ບ້ານອຸດົມວິໄລ 2 ຄົນ (ສາມີ-ພັນລະຍາ) ມາເປັນກໍາມະກອນກໍ່ສ້າງຢູ່ເຮືອນຂອງພະນັກງານແພດທີ່ເຮັດວຽກຢູ່ຕຶກເດັກຂອງໂຮງຫມໍແຂວງສະຫວັນນະເຂດ ເຈົ້າໜ້າທີ່ຕໍາຫຼວດຄ້າຍຄຸມຂັງ 1 ຄົນ ແລະ ບ້ານຫົວເມືອງເໜືອ 1 ຄົນ
  • ຈຳປາສັກ 13 ຄົນ ທັງໝົດແມ່ນຈຸ້ມກໍລະນີທີ່ກ່ຽວຂ້ອງກັບເມືອງປະທຸມພອນ
  • ຄຳມ່ວນ 9 ຄົນ: ເມືອງໜອງບົກ 7 ຄົນ ບ້ານດົງບູນ 1 ຄົນ ບ້ານດົງຂວາງ 1 ຄົນ ແລະ ບ້ານໂພນເມືອງ 5 ຄົນ ເມືອງມະຫາໄຊ ບ້ານໂພນສະອາດ 2 ຄົນ
  • ສາລະວັນ 4 ຄົນ ທັງໝົດເປັນຄອບຄົວດຽວກັນ ຢູ່ບ້ານນາໂດນ ເມືອງສາລະວັນ ເຊິ່ງໄດ້ພົວພັນໃກ້ຊິດກັບພະນັກງານທີ່ຕິດເຊື້ອ ແລະ ໄດ້ລາຍງານໃນວັນທີ 05 ກັນຍາ 2021.

# ຂ່າວ & ພາບ :  ສີພອນ ຈັນທະດາລາ

error: Content is protected !!