ຍົກລະດັບວິຊາການໃຫ້ແກ່ຄູສອນຜ່ານທາງອອນລາຍ

    ໃນວັນທີ 13 ກັນຍາ 2021 ທ່ານ ບຸນທັນ ແສງມະນີ ຮອງພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ເຂົ້າຮ່ວມພິທີເປີດການເຝິກອົບຮົມ ການກະກຽມບົດສອນແບບອອນລາຍ ແລະ ເຝິກໄອທີໃຫ້ແກ່ຄູອາຈານ ໂຮງຮຽນ ມສ ວຽງຈັນ ຊຸດທີ 2 ປະກອບມີ ຄູວິຊາພາສາລາວ-ວັນນະຄະດີ ພາສາອັງກິດ ປະຫວັດ ສາດ ພູມສາດ ເຕັກໂນໂລຊີ ແລະ ພາສາຝຣັ່ງ ເຊິ່ງຈະໃຊ້ເວລາໃນການເຝິກອົບຮົມຈຳນວນ 5 ວັນ (13-17 ກັນຍາ 2021).

    ທ່ານ ທອງພັນ ອຸໄລທອນ ຮັກສາການຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ແຈ້ງໃຫ້ຊາບວ່າ: ເພື່ອກຽມ ຄວາມພ້ອມໃຫ້ແກ່ການຮຽນ-ການສອນ ໃນໄລຍະໄຂສົກຮຽນໃໝ່ທີ່ບໍ່ສາມາດເຂົ້າຮຽນເປັນປົກກະຕິ ກ່ອນໜ້ານີ້ ລະຫວ່າງອາທິດຜ່ານມາ ທາງໂຮງຮຽນ ມສ ວຽງຈັນ ໄດ້ຈັດການເຝິກອົບຮົມການສ້າງສື່ການສອນອອນລາຍ ແລະ ເຝິກອົບຮົມໄອທີໃຫ້ແກ່ຄູອາຈານປະຈໍາສົກຮຽນ 2021-2022 ເພື່ອກຽມຄວາມພ້ອມໃນການສອນອອນລາຍໃຫ້ນັກຮຽນ ເພື່ອຮັກສາໄດ້ໄລຍະຫ່າງ ແລະ ການປ້ອງການແຜ່ລະບາດຂອງພະຍາດໂຄວິດ ໄດ້ມີການເຝິກອົບຮົມໃຫ້ກັບຄູສອນວິຊາຄະນິດສາດ ຟີຊິກສາດ ເຄມີສາດ ຊີວະສາດ ແລະ ສຶກສາພົນລະເມືອງເປັນເວລາ 5 ວັນເຊັ່ນດຽວກັນ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!