ຮອງເຈົ້າຄອງ ຢ້ຽມຢາມ ແລະ ໃຫ້ທິດຊີ້ນໍາພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ

    ວັນທີ 13 ກັນຍາ 2021 ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ທິດຊີ້ນຳວຽກງານຂົງເຂດຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຢູ່ທີ່ພະແນກດັ່ງກ່າວ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃຫ້ມີການເຄື່ອນໄຫວໄປຢ່າງມີປະສິດທິຜົນ ແລະ ສຳເລັດຕາມລະດັບຄາດໝາຍ ຖືກຕ້ອນຮັບຈາກທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີຫົວໜ້າ ຮອງຫົວໜ້າຫ້ອງການ ຂະແໜງ ກອງວິຊາການ ແລະ ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ 9 ຕົວເມືອງອ້ອມຂ້າງເຂົ້າຮ່ວມ. 

    ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ອີງຕາມມະຕິກອງປະຊຸມໃຫຍ່ຄະນະພັກຮາກຖານຄັ້ງທີ III ຂອງພະແນກ ໄດ້ກຳນົດ 7 ໜ້າວຽກໃຫຍ່ 3 ຄາດໝາຍ 9 ໂຄງການຈາກມະຕິດັ່ງກ່າວ ໄດ້ຜັນຂະຫຍາຍເຂົ້າມາເປັນແຜນວຽກລະອຽດແຕ່ລະປີ ສະເພາະແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ປະກອບມີ 20 ແຜນວຽກ ມາຮອດປັດຈຸບັນ ປະຕິບັດໄດ້ 60% ໃນນັ້ນ ບາງໜ້າວຽກແມ່ນມີຄວາມຫຍຸ້ງຍາກ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ຂົງເຂດວຽກງານທ່ອງທ່ຽວ ປະຕິບັດໄດ້ບໍ່ຮອດ 7% ຂອງແຜນການ ພ້ອມນັ້ນ ບັນດາຫົວໜ່ວຍທຸລະກິດ ບໍ່ສາມາດສືບຕໍ່ຂໍອະນຸຍາດ ແລະ ຈ່າຍຄ່າບໍລິການ ສ່ວນການດຳເນີນວຽກງານໃນຂະແໜງການຕ່າງໆກໍບໍ່ເປັນໄປຕາມແຜນການທີ່ວາງໄວ້ ເນື່ອງຈາກຂາດງົບປະມານໃນການສະໜອງ ແລະ ຄວາມຫຍຸ້ງຍາກຫຼາຍດ້ານ. 

    ຈາກນັ້ນ ບັນດາຂະແໜງການກ່ຽວຂ້ອງໄດ້ມີຄຳເຫັນແລກປ່ຽນ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນ ລວມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອຮ່ວມກັນຫາວິທີທາງແກ້ໄຂ ແລະ ໃນຕອນທ້າຍ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ໃຫ້ທິດຊີ້ນໍາຕື່ມອີກ.

#  ຂ່າວ – ພາບ :  ຂັນທະວີ

error: Content is protected !!