ສີສັດຕະນາກ ແຈກຢາຍນໍ້າດື່ມ ຜ້າອັດປາກ-ອັດດັງຕາມຈຸດຕ່າງໆ

ອີງຕາມບົດລາຍງານປະຈໍາວັນທີ 28​ ເມສາ​ 2020 ກ່ຽວກັບການກັນ ແລະ​ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຂອງເມືອງສີສັດຕະນາກ ໂດຍແມ່ນຈຸປະຈໍາການຂອງທ່ານ ບຸນເມກ ວິໄລແສງ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດ​ ພ້ອມຄະນະ​ ໄດ້ລົງເຄື່ອນໄຫວວຽກງານຕົວຈິງ ເຊິ່ງໄດ້ພົບເຫັນສະພາບການສັນຈອນຕາມທ້ອງຖະໜົນຫົນທາງ ມີລົດນັບມື້ນັບຫຼາຍຂື້ນ ພ້ອມນັ້ນ ຄະນະສະເພາະກິດ ໄດ້ຮັບການຊີ້ນຳຈາກຄະນະປະຈຳພັກນະຄອນຫຼວງ ຜູ້ຊີ້ນຳເມືອງສີສັດຕະນາກ ກ່ຽວກັບການສະກັດກັ້ນ ຕ້ານ ແລະ ຄອບຄຸມພະຍາດ ໂຄວິດ-19 ຄະນະສະເພາະກິດ ສະກັດກັ້ນ ຕ້ານ ແລະ ຄວບຄຸມພະຍາດ ໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ລົງມາເກັບກຳຂໍ້ມູນ ນຳຄະນະສະເພາະກິດ ສະກັດກັ້ນ ຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ຂັ້ນເມືອງ.

ນອກນີ້ ຫ້ອງການອຸດສາຫະກໍາ-ການຄ້າ ລົງຕິດຕາມກວດກາລາຄາສິນຄ້າຢູ່ 3 ຕະຫຼາດ ພາຍໃນເມືອງສີສັດຕະນາກ ເຫັນວ່າ ລາຄາສິນຄ້າແມ່ນປົກກະຕິ ແລະ ກ່ອນທຸກຄົນເຂົ້າ-ອອກຕະຫຼາດ ຕ້ອງໄດ້ລ້າງມື-ແທກບາຫຼອດທຸກຄົນ​ ນອກນີ້ ຄະນະສະເພາະກິດຕ້ານ-ຄວບຄຸມພະຍາດໂຄວິດ-19 ໄດ້ລົງໄປແຈກຢາຍນໍ້າດື່ມ ຜ້າອັດປາກ ຕາມຈຸດດ່ານກວດກາຂອງເຈົ້າໜ້າທີ່ຈາລະຈອນ 2 ຈຸດ ຄື: ຈຸດບ້ານດອນກອຍ-ບ້ານດົງສະຫວາດ​ ຈຸດບ້ານໄຊສະຖານ-ບ້ານໂພນສະຫວ່າງ ແລະ ຈຸດ ປກສ ກຸ່ມ ມີ 6 ຈຸດ ຄື: ປກສ ກຸ່ມວັດນາກ ຈຸດບ້ານດອນນົກຂຸ້ມ ແລະ ຈຸດບ້ານໂພນປ່າເປົ້າ​ ປກສ ກຸ່ມທາດຂາວ ຈຸດຫ້ອງການບ້ານໂສກປ່າຫຼວງ​ ປກສ ກຸ່ມເພຍວັດ ຈຸດຫ້ອງການບ້ານສະພານທອງເໜືອ ປກສ ກຸ່ມສວນມອນ ຈຸດບ້ານສວນມອນ-ບ້ານດອນປ່າໃໝ່ ແລະ ປກສ ກຸ່ມຈອມແຈ້ງ ຈຸດບ້ານຈອມເພັດເໜືອ (ສຳລັບ 5 ຈຸດຂອງ ປກສ ກຸ່ມ ແມ່ນເລີ່ມຈັດຕັ້ງປະຕິບັດ ໃນວັນທີ 19/04/2020 ຕາມທິດຊີ້ນຳຂອງຮັກສາການຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ)​ ພ້ອມນັ້ນ ໄດ້ໄປມອບນໍ້າດື່ມຈໍານວນ 2 ແພັກ​ ​M 150 ຈໍານວນ 1 ແພັກ ຜ້າອັດປາກ-ອັດດັງ 1 ກັບໃຫ້ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ບຶງຂະຫຍອງ​ ແລະ ມອບນໍ້າດື່ມ ຈໍານວນ 2 ແພັກ M 150 ຈໍານວນ 1 ແພັກ​ ຜ້າອັດປາກ-ອັດດັງ 1 ກັບ ໃຫ້ກອງບັນຊາການທະຫານເມືອງ (ກອງຮ້ອຍຊາຍແດນ).

error: Content is protected !!