ສືບຕໍ່ມອບສິ່ງຂອງຊ່ວຍເຫຼືອປະຊາຊົນບ້ານໂນນຫວາຍ

    ວັນທີ 12 ກັນຍາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພູດທະສາສະໜາສໍາພັນລາວ ໄດ້ສືບຕໍ່ນໍາເອົາສິ່ງຂອງມອບຊ່ວຍເຫຼືອປະຊາຊົນ ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 132 ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ມີອໍານາດການປົກຄອງບ້ານເຂົ້າຮ່ວມ.

    ສິ່ງຂອງທີ່ສືບຕໍ່ມອບຄັ້ງນີ້ ປະກອບມີ ໝີ່ສໍາເລັດຮູບ ເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງ ທີ່ໄດ້ມາຈາກການປະກອບສ່ວນຊ່ວຍເຫຼືອຂອງທ່ານ ວິໄລສັກ ທໍາມະວົງ ພ້ອມຄອບຄົວ ລູງສູຂີ ທ່ານ ສຸຂັນສັກ ນາງໂຄຕາມີສີສຸກ ທ່ານ ໝໍວິລະສັກ ນາງ ມະນີພອນ ນາງ ແກ້ວ ບ້ານ ທ່າພະລານໄຊ ນອກນີ້ ຍັງມີຄອບຄົວຕູ້ນິດ ເພັດລາສີມຸງຄຸນ ແລະ ແມ່ບົວສອນ ຈາກສະຫະລັດອາເມຣິກາ ປະກອບສ່ວນຕື່ມອີກ.

error: Content is protected !!