ເຈົ້າເມືອງຫົງສາ ລົງເຄື່ອນໄຫວກວດກາວຽກງານພື້ນຖານໂຄງລ່າງ

    ໃນວັນທີ 9 ກັນຍາ 2021 ທ່ານ ຄຳຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາຢູ່ພາກສະໜາມ ເບິ່ງການຕັດຜັງບ້ານໃໝ່ຢູ່ເຂດບ້ານທ່າຊວ່າງ.

    ທ່ານ ຈິດຕະພົງ ສຸນາເຄນ ຜູ້ອຳນວຍການບໍລິສັດ ວິໄຣພອນ 1818 ກໍ່ສ້າງເຄຫາສະຖານ ແລະ ຊົນລະປະທານ ຈຳກັດ ໄດ້ລາຍງານການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ເຊິ່ງທ່ານໄດ້ກ່າວວ່າ: ຕັ້ງແຕ່ມື້ເລີ່ມລົງມືຈັດຕັ້ງປະຕິບັດຕົ້ນເດືອນກັນຍາ 2021 ຜ່ານມາ ຈົນເຖິງປັດຈຸບັນ ການປະຕິບັດໜ້າວຽກແມ່ນມີຄວາມຄືບໜ້າແລ້ວ 35% ແລະ ການປະຕິບັດໜ້າວຽກຕ່າງໆແມ່ນບໍ່ມີຄວາມຫຍຸ້ງຍາກ ແລະ ຄາດວ່າຈະໃຫ້ສຳເລັດຕາມແຜນການທີ່ວາງໄວ້.

    ໃນວັນດຽວກັນ ຢູ່ທີ່ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການນຳສະເໜີແບບກໍ່ສ້າງຕ້ານເຈື່ອນນ້ຳແກນ ລະຫວ່າງຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງຫົງສາ ແລະ ບໍລິສັດ ພອນເທວາ ອິນຈີເນຍຣິງ ຈຳກັດ ໂດຍເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ມີຄະນະກຳມະການຄຸ້ມຄອງການກໍ່ສ້າງຂັ້ນເມືອງ ແລະ ຕາງໜ້າບໍລິສັດພອນເທວາ ອິນຈີເນັຍຣິງ ຈຳກັດ ເຂົ້າຮ່ວມ.

    ທ່ານ ແກ້ວພູທອນ ຮອງຜູ້ອຳນວຍການບໍລິສັດ ພອນເທວາ ອິນຈີເນຍຣິງ ຈຳກັດ ແລະ ວິຊາການໄດ້ນຳສະເໜີ ພ້ອມອະທິບາຍເຕັກນິກຂອງໂຄງການແບບກໍ່ສ້າງຕ້ານເຈື່ອນນ້ຳແກນ ຜ່ານເຄື່ອງສາຍໂປຣເຈັກເຕີ ເຊິ່ງໂຄງການດັ່ງກ່າວມີລວງຍາວ 5.546 ແມັດ ແລະ ຈະໃຊ້ເຕັກນິກການກໍ່ສ້າງຢູ່ 3 ແບບຄື: ລິບແຣັບ ກາບຽນ ແລະ ລາໂນ ພ້ອມນັ້ນ ຄະນະກຳມະການກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ເພື່ອການຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ບໍ່ໃຫ້ເກີດຜົນກະທົບຕາມມາ.

# ຂ່າວ & ພາບ : ບຸນມີ

error: Content is protected !!