ວັນນີ້ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນເພີ່ມເຖິງ 96 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 12 ກັນຍາ 2021 ທີ່ກະຊວງສາທາລະນະສຸກວ່າ:ວັນທີ 11 ກັນຍາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4.092 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ທັງໝົ 217 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນເຖິງ 96 ຄົນຄື: ແຂວງຈໍາປາສັກ 57 ຄົນ ເປັນຜູ້ສໍາຜັດໃກ້ຊິດ ຫຼື ເປັນຈຸ້ມກັບກໍລະນີທີ່ກ່ຽວຂ້ອງກັບໂຮງໝໍຊຸມຊົນເມືອງປະທຸມພອນ ທີ່ໄດ້ລາຍງານໃນຕົ້ນເດືອນກັນຍາ ຄໍາມ່ວນ 24 ຄົນ ສະຫວັນນະເຂດ 5 ຄົນ ສາລະວັນ 4 ຄົນ ແຂວງຫຼວງພະບາງ 2 ຄົນ ຫຼວງນໍ້າທາ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ ຈາກບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ ຜູ້ກ່ຽວໄດ້ເກັບຕົວຢ່າງ 3 ຄັ້ງ ສໍາຜັດກັບກໍລະນີຕິດເຊື່ອທີ່ເຮັດວຽກຢູ່ບໍລິສັດຂົນສົ່ງທາງນໍ້າ ແລະ ທາງບົກ ທີ່ໄດ້ລາຍງານມາວັນທີ 27 ສິງຫາ ຜ່ານມາ.

     ສໍາລັບກໍລະນີນໍາເຂົ້າ 121 ຄົນ ຈາກແຂວງສາລະວັນ 49 ຄົນ ສະຫວັນນະເຂດ 46 ຄົນ ນະຄອນຫຼວງວຽງຈັນ 12 ຄົນ ແລະ ຄໍາມ່ວນ 9 ຄົນ ຈໍາປາສັກ 4 ຄົນ ແລະ ແຂວງຫຼວງພະບາງ 1 ຄົນ ທັງໝົດກວດພົບຈາກແຮງງານລາວ ຫຼື ກຸ່ມຄົນທີ່ເດີນທາງຈາກຕ່າງປະເທດເຂົ້າມາຕາມຈຸດຜ່ານແດນສາກົນຕ່າງໆ. 

    ມາຮອດປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມ 17.357 ຄົນ ເສຍຊີວິດສະສົມ 16 ຄົນ ກໍາລັງປິ່ນປົວ 4.228 ຄົນ.

#  ຂ່າວ – ພາບ :  ຊັນທະວີ

error: Content is protected !!