ບໍລິສັດກັນລະຍາ ປະກອບສ່ວນວຽກງານຕ້ານໂຄວິດ-19

    ວັນທີ 10 ກັນຍາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ປາຫຍຸ້ຍ ສຸວັນນະໂຊດ ຜູ້ອໍານວຍການ ບໍລິສັດກັນລະຍາ ນໍາເຂົ້າ ແລະ ສົ່ງອອກ ຈໍາກັດຜູ້ດຽວ ໄດ້ນໍາເອົາເງິນສົດ ພ້ອມດ້ວຍອຸປະກອນການແພດ ມອບໃຫ້ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານການລະບາດພະຍາດໂຄວິດ-19 ຕາງໜ້າຮັບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວາບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ. 

    ອຸປະກອນການແພດທີ່ມອບຄັ້ງນີ້ ປະກອບມີ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 100 ຊຸດ ນໍ້າດື່ມ 100 ແພັກ ແລະ ເງິນສົດ 10 ລ້ານກີບ ລວມມູນຄ່າທັງໝົດ 22 ລ້ານກີບ ໄລຍະຜ່ານມາ ບໍລິສັດໄດ້ປະກອບlj;oໃນວຽກງານຕ້ານໂຄວິດ-19 ໃນມູນຄ່າ 28 ລ້ານກີບ.

.

  # ຂ່າວ – ພາບ :  ຂັນທະວີ

error: Content is protected !!