ລົງນາມໃນຖະແຫຼງການຮ່ວມວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປານາມາ

     ເພື່ອເປັນການສືບຕໍ່ຂະຫຍາຍສາຍພົວພັນການທູດກັບບັນດາປະເທດເພື່ອນມິດໃນໂລກ ພ້ອມທັງສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ ວັນທີ 9 ກັນຍາ 2021 ຢູ່ທີ່ສໍານັກງານຜູ້ຕາງໜ້າຖາວອນແຫ່ງສາທາລະນະລັດ ປານາມາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ໄດ້ມີພິທີລົງນາມໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປານາມາ ໂດຍຕາງໜ້າໃຫ້ລັດ ຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ​ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສາທາລະນະລັດ ປານາມາ ແມ່ນທ່ານ ນາງ ມຼາໂກວາ ຄອນເຊບຊີ ອົ່ງ ຮາຣາມີໂຢ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງສາທາລະນະລັດ ປານາມາ ປະຈໍາອົງການ ສປຊ ໂດຍມີບັນດານັກການທູດຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ. 

    ການປຶກສາຫາລື ແລະ ຕົກລົງກັນລະຫວ່າງສອງລັດຖະບານ ກ່ຽວກັບການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງ ປະເທດ ແມ່ນໄດ້ມີຂຶ້ນໃນປີ 2019 ຜ່ານມາ ແຕ່ຍັງບໍ່ສາມາດຈັດຕັ້ງພິທີລົງນາມຢ່າງເປັນທາງການກ່ອນຫນ້ານີ້ໄດ້ ອັນເນື່ອງຈາກສະພາບຄວາມກຽມພ້ອມຂອງທັງສອງຝ່າຍ. ການສ້າງຕັ້ງສາຍພົວພັນການທູດກັບ ສ.ປານາມາ ຄັ້ງນີ້ ເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ກັບບັນດາປະເທດໃນໂລກ. 

    ສາທາລະນະລັດປານາມາ ຕັ້ງຢູ່ໃນພາກພື້ນອາເມຣິກາ ລາຕິນ (ອາເມລິກາກາງ) ມີນະຄອນຫຼວງຊື່ Panama City ນໍາໃຊ້ສະກຸນເງິນ: Balboa (PAB) ມີປະຊາກອນ 4.376.149 ຄົນ (2021) ພາສາທາງການແມ່ນ ແອັດສະປາຍໂຍນ ວັນຊາດ ແມ່ນວັນທີ 3 ພະຈິກ ແລະ ປານາມາ ໄດ້ຖືເອົາວັນທີ 28 ພະຈິກ ເປັນວັນພັກລັດຖະການ ເນື່ອງຈາກເປັນວັນທີ່ໄດ້ຮັບເອກະລາດຈາກແອັດສະປາຍໃນປີ 1821. ສາທາລະນະລັດປານາມາ ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 13 ພະຈິກ 1945 ມີທີ່ຕັ້ງເປັນຍຸດທະສາດຂອງການຂົນສົ່ງສິນຄ້າທາງທະເລ ໂດຍມີຄອງເດີນເຮືອ (Panama Canal) ທີ່ເຊື່ອມຈອດລະຫວ່າງ 2 ມະຫາສະໝຸດ ອັດລັງຕິກ ແລະ ປາຊີຟິກ. ສ. ປານາມາ ເປັນປະເທດກຳລັງພັດທະນາ ຊຶ່ງພື້ນຖານເສດຖະກິດ ແມ່ນອີງໃສ່ດ້ານອຸດສາຫະກຳໜັກ ແລະ ອຸດສາຫະກຳປຸງແຕ່ງ ເປັນຕົ້ນແມ່ນ ການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ທາດໂລຫະເຫຼັກ ແລະ ຄຳ ອຸດສາຫະກຳປຸງແຕ່ງກະສິກຳ ແລະ ອາຫານ ແລະ ຜະລິດກະສິກຳ ເພື່ອສົ່ງອອກ ເຊັ່ນ: ໝາກກ້ວຍ ກາເຟ ໂກໂກ້ ໝາກພ້າວ ສາລີ ມັນຝຣັ່ງ ເຂົ້າ ອ້ອຍ ແລະ ສັດລ້ຽງ ນອກນັ້ນ ຍັງເປັນປະເທດທີ່ມີຊື່ສຽງທາງດ້ານການທ່ອງທ່ຽວ ການບໍລິການທາງດ້ານການເງິນ ແລະ ອະສັງຫາລິມະຊັບ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!