ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ

    ວັນທີ 10 ກັນຍາ 2021 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມຢູ່ພາກສະໜາມຂອງຄະນະວິຊາການ ລາວ- ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ຄັ້ງທີ 5 ປະຈໍາສົກປີ 2020-2021 ຢູ່ເຂດເມືອງວຽງໄຊ ແຂວງຫົວພັນ. 

    ໃນພິທີດັ່ງກ່າວ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສີ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ ແລະ ກ່າວມອບ ໂດຍມີທ່ານ Dr. Peter Haymond ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານສະຫະລັດອາເມຣິກາ ກ່າວຮັບ ນອກນີ້ ຍັງມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ ມີບັນດາພະນັກງານວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງຢູ່ພາກສະໜາມຈໍານວນໜຶ່ງເຂົ້າຮ່ວມ. 

    ການປະຕິບັດງານໃນຄັ້ງນີ້ຂອງຄະນະວິຊາການຮ່ວມ ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາຢູ່ເຂດບ້ານນາແທ່ນ ເມືອງວຽງໄຊ ແຂວງຫົວພັນ. 

    ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສປປ ລາວ ຄະນະວິຊາການຮ່ວມ ລາວ-ອາ ເມຣິກາ ໄດ້ຮ່ວມມືກັນດໍາເນີນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສີ່ງເສດເຫຼືອຂອງທະຫານອາເມຣິກາທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ແຕ່ເໜືອຕະຫຼອດໃຕ້ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາຫຼາຍກວ່າ 30 ປີມາແລ້ວ. ຕະຫຼອດໄລຍະເວລາແຫ່ງການຮ່ວມມືນັ້ນຄະນະວິຊາການ ສອງຝ່າຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກເຈົ້າໜ້າທີ່ທ້ອງຖີ່ນ ກໍຄືພໍ່ແມ່ປະຊາຊົນໃນຂົງເຂດທີ່ດໍາເນີນການສໍາຫຼວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈີງຂອງຕົນ ຈຶ່ງເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈໂດຍຕະຫຼອດມາ ແລະ ເປັນປັດໄຈໜຶ່ງທີ່ສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງລາວ ແລະ ອາເມຣິກາໃຫ້ນັບມື້ນັບຂະຫຍາຍຕົວຍີ່ງຂຶ້ນ. 

    ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫຼືຫຼາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!