ວັນນີ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 204 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 11 ກັນຍາ 2021 ກ່ຽວກັບສະພາບການລະບາດພະໂຄວິດ-19 ວ່າ: ວັນທີ 10 ກັນຍາ ໄດ້ກວດວິເຄາະທັງໝົດ 4.440 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 204 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 120 ຄົນ ຄື: ນະຄອນຫຼວງວຽງຈັນ 2 ຄົນ ມາຈາກບ້ານອ່າງໃຫ່ຍ ເມືອງສັງທອງ 1 ຄົນ ເປັນກຸ່ມດຽວກັນກັບກໍລະນີຕິດເຊື້ອໃນໄລຍະຜ່ານມາ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ມີ 1 ຄົນ ມາຈາກຄອບຄົວຂອງຜູ້ຕິດເຊື້ອຜ່ານມາ ສະຫວັນນະເຂດ 13 ຄົນ ໃນນີ້ພະຍາບານ 4 ຄົນ ມາຈາກເມືອງຊົນບູລີ ເມືອງເຊໂປນ ແລະ ນະຄອນໄກສອນ ເມືອງລະ 1 ຄົນ ເຂົ້າປະຈໍາການຢູ່ໂຮງໝໍພາກສະໜາມຫຼັກ 9 ຈາກບ້ານໂພນສິມ 2 ຄົນ ໄດ້ພົວພັນກັບກຸ່ມ ສະຫວັນ Park ຈາກບ້ານສົບປ່ອຍ 1 ຄົນ ກ່ຽວຂ້ອງກັບພະນັກງານຫ້ອງການກຸ່ມບ້ານ ຈາກບ້ານອຸດົມວິໄລ ມີ 1 ຄົນ ເປັນພະນັກງານອາສາສະໜັກພົ່ນຢາຂ້າເຊື້ອ 2 ຄົນ ຈາກຄ້າຍຄຸມຂັງ ນະຄອນໄກສອນ ແລະ ຄ້າຍຫຼັກ 6 ຈາກບ້ານຫົວເມືອງເໜຶອ 1 ຄົນ ບ້ານໂພນສະຫວ່າງເໜຶອ ມີ 1 ຄົນ ບ້ານໄຊຍະມຸງຄຸນ 1 ຄົນ ກຸ່ມສຳຜັດໃກ້ຊິດກັບພະນັກງານຕໍາຫຼວດຄ້າຍຄຸມຂັງຫຼັກ 6 ຈໍາປາສັກ 38 ຄົນ ມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງ ກັບໂຮງໝໍຊຸມຊົນ ທີ່ພົວພັນກັບການຕິດເຊື້ອໃນໂຮງໝໍເມືອງປະທູມພອນ ທີ່ໄດ້ລາຍງານມາແຕ່ທ້າຍອາທິດຜ່ານມາ ຄຳມ່ວນ 24 ຄົນ ມາຈາກ 4 ຈຸດຄື: ຈຸດເກັບຕົວຢ່າງຈອມທອງ 16 ຄົນ ຈຸດເກັບຕົວຢ່າງຢູ່ພະແນກສຸກເສີນໂຮງໝໍແຂວງ 6 ຄົນ ສູນກັກໂຕ 21 ມີນາ 1 ກໍລະນີ ( ລູກຂອງຜູ້ຕິດເຊື້ອມາຢູ່ກັບພໍ່ ) ສູນປິ່ນປົວໂຮງໝໍທະຫານ 1 ກໍລະນີ (ລູກຂອງຜູ້ຕິດເຊື້ອມາຢູ່ກັບແມ່) ສາລະວັນ 1 ຄົນ ເປັນເພດຊາຍ ອາຍຸ 40 ປີ ອາຊີບພະນັກງານຕໍາຫຼວດ ເຮັດວຽກຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ 8 ຄົນ ຈາກເຂດເສດຖະກິດພິເສດ 3 ລຽມຄໍາ ຫຼວງພະບາງ 34 ຄົນ ມາຈາກ 6 ກຸ່ມຄື: ພະຍາບານ ຈາກສຸກສາລານະຄອນຫຼວງພະບາງ 1 ຄົນເຂົ້າປະຈໍາການຢູ່ສູນຫໍຄອຍສະໜາມບິນ ແລະ ຈາກນັ້ນ ຍ້າຍມາປະຈໍາການຢູ່ສູນໂຮງຮຽນແພດ 1 ຄົນ ພະນັກງານຕໍາຫຼວດ ປະຈໍາການຢູ່ສູນຫ້ວຍມ້າວ ແຕ່ມື້ເປີດສູນຈົນຮອດປັດຈຸບັນ ເມືອງວຽງຄໍາ ມີ 20 ຄົນ ແມ່ນກໍາມະກອນທີ່ມາຈາກແຂວງວຽງຈັນ ເຮັດວຽກຢູ່ສວນກ້ວຍ ບ້ານຕັ່ງນ່າຍ ເມືອງກາສີ ຊື່ງທັງໜົດໄດ້ກັກໂຕຢູ່ສູນໂຮງຮຽນແພດ 4 ຄົນ ກໍາມະກອນເຮັດວຽກຢູ່ສວນຢາງ ບ້ານວັງໝ້ຽງ ເມືອງວັງວຽງ ທັງໜົດກັກໂຕຢູ່ສູນເມືອງວຽງຄໍາ 8 ຄົນ ກໍາມະກອນໂຮງເລື່ອຍເມືອງປາກລາຍ ແຂວງໄຊຍະບູລີ ແລະ ທັງໜົດໄດ້ກັກໂຕຢູ່ສູນເມືອງນານ 2 ຄົນ ອາຊີບແມ່ບ້ານ ກັບມາແຂວງ ແລ້ວຖືກກັກໂຕຢູ່ສູນເມືອງວຽງຄຳ ແລະ ຜູ້ໜຶ່ງກັກໂຕຢູ່ສູນໂຮງຮຽນແພດ 2 ຄົນ ອາຊີບເປັນແມ່ເຮືອນ ແລະ ກໍາມະກອນກໍ່ສ້າງ ທີ່ໄດ້ໄປເຮັດວຽກຢູ່ເມືອງບຸນເໜຶອ ແຂວງຜົ້ງສາລີ ແລະ ທັງໜົດ ກັບມາແຂວງ ແລະ ຖືກກັກໂຕຢູ່ສູນໂຮງຮຽນແພດ. ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ ແລະ ສ່ວນກໍລະນີນໍາເຂົ້າ ມີ 84 ຄົນ ຈາກສະຫວັນນະເຂດ 54 ຄົນ ຈໍາປາສັກ 12 ຄົນ ຄໍາມ່ວນ 9 ຄົນ ນະຄອນຫຼວງວຽງຈັນ 4 ຄົນ ຫຼວງພະບາງ 3 ຄົນ ແລະ ສາລະວັນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ. 

    ປັດຈຸບັນມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17.140 ຄົນ ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວທັງໝົດ 4.365 ຄົນ.

#  ຂ່າວ – ພາບ :  ຊັນທະວີ

error: Content is protected !!