ມອບ-ຮັບໜ້າທີ່ຜູ້ອໍານວຍການໃຫຍ່ ຕລຊລ

    ພິທີ​ມອບ-ຮັບ​ໜ້າ​ທີ່ລະຫວ່າງຜູ້ອຳນວຍການ​​ໃຫຍ່ຕະຫຼາດ​ຫຼັກ​ຊັບລາວ (ຕລຊລ)  ຜູ້​ເກົ່າ ທ່ານ ອ໊ອດ ພົນຊຽງດີ ​ແລະ ຜູ້​ໃໝ່ ທ່ານນາງ ສາຍສະໝອນ ຈັນທະຈັກ ຈັດ​ຂຶ້ນວັນທີ 10 ກັນຍາ 2021 ທີ່ສຳນັກງານ ຕລຊລ ນະຄອນຫຼວງວຽງຈັນ ມີທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ຮອງປະທານ ຜູ້ປະຈໍາການ ຄຄຊ ບັນດາ​ຄະນະ​ນໍາ​​ ຜູ້ຕາງໜ້າກົມ ທຫລ ຕລຊລ ບໍລິສັດຈົດທະບຽນ ບໍລິສັດຫຼັກຊັບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.​ 

     ຕະຫຼາດຫຼັກຊັບລາວ ສ້າງຕັ້ງຂຶ້ນວັນທີ 10 ຕຸລາ 2010 ແລະ ໄດ້ເປີດໃຫ້ມີການຊື້-ຂາຍວັນທີ 11  ມັງກອນ 2011 ໃນ 8 ເດືອນປີ 2021 ໄດ້ສໍາເລັດຈົດທະບຽນພັນທະບັດລັດຖະບານປະເພດດຸ່ນດ່ຽງງົບປະມານ ແລະ ຄັງເງິນສະກຸນເງິນກີບ 43 ຊຸດ ລວມມູນຄ່າ 994,94 ຕື້ກີບ ແລະ ສະກຸນເງິນໂດລາ 75 ຊຸດ ລວມມູນຄ່າ 30,6 ລ້ານໂດລາສະຫະລັດ  ໃນທ້າຍເດືອນສິງຫາ 2021 ດັດຊະນີ ຕລຊລ ປິດຢູ່ທີ່ 636,90 ຈຸດ ເພີ່ມຂຶ້ນ 60,43 ຈຸດ ຫຼື 10,48% ທຽໃສ່ໄລຍະດຽວກັນປີຜ່ານມາ ມູນຄ່າການຊື້-ຂາຍຫຼັກຊັບຢູ່ທີ່ 79,05 ຕື້ກີບ ຫຼຸດລົງ 44,13% ໃນນີ້ການຊື້-ຂາຍຮຸ້ນລາຍໃຫຍ່ ກວມເອົາ 55,9% ຂອງມູນຄ່າການຊື້-ຂາຍທັງໝົດ ຈໍານວນບັນຊີຫຼັກຊັບຮອດທ້າຍເດືອນສິງຫາ 2021 ມີທັງໝົດ 16.752 ບັນຊີ ເພີ່ມຂຶ້ນ 4,2% ທຽບໃສ່ໄລຍະດຽວກັນປີຜ່ານມາ (ໃນນັ້ນ ມີນັກລົງທຶນພາຍໃນ 79,42% ແລະ ນັກລົງທຶນຕ່າງປະເທດ 20,58% ຂອງຈໍານວນບັນຊີທັງໝົດ)  ສໍາເລັດຂຶ້ນທະບຽນ ແລະ ຝາກພັນທະບັດລັດຖະບານໃນລະບົບພັນທະບັດ ຕລຊລ 118 ຊຸດ (ສະກຸນເງິນກີບ 43 ຊຸດ ແລະ ສະກຸນເງິນໂດລາ 75 ຊຸດ) ລວມມູນຄ່າ 994,94 ຕື້ກີບ ແລະ 30.602.600 ໂດລາ ສໍາເລັດຊໍາລະດອກເບ້ຍພັນທະບັດລັດຖະບານ ລວມມູນຄ່າ 103,93 ຕື້ກີບ ແລະ 874.202,06 ໂດລາ ສຳເລັດຊໍາລະເງິນປັນຜົນຮຸ້ນໃຫ້ບໍລິສັດຈົດທະບຽນ 5 ບໍລິສັດ ລວມມູນຄ່າທັງໝົດ 120,23 ຕື້ກີບ.

    ໂອກາດນີ້ ທ່ານ ສອນ​ໄຊ ສິດ​ພະ​ໄຊ ໄດ້​ເນັ້ນໃຫ້ຄະນະອໍານວຍການ ຕະຫຼອດຮອດພະນັກງານ ຕລຊລ ຕ້ອງເອົາໃຈໃສ່ວຽກງານວິຊາສະເພາະ ເປັນຕົ້ນຕິດຕາມການຂາຍຮຸ້ນຂອງບໍລິສັດຈົດທະບຽນ ແລະ ການອອກ ຈໍາໜ່າຍພັນທະບັດລັດຖະບານໃນ ຕລຊລ ໃຫ້ໄດ້ຮັບປະສິດທິຜົນສູງ ເອົາໃຈໃສ່ແກ້ໄຂສະພາບຄ່ອງຂອງ ຕລຊລ ໂດຍປະສານສົມທົບກັບ ສຄຄຊ ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາລະບົບໄອທີຂອງ ຕລຊລ ໃນປັດຈຸບັນໃຫ້ມີຄວາມຮັບປະກັນການເຄື່ອນໄຫວຕົວຈິງ ແລະ ໃຫ້ມີປະສິດທິພາບສູງຍິ່ງຂຶ້ນ.

#  ຂ່າວ – ພາບ :  ສົມສະຫວັນ

error: Content is protected !!