ຜົນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 28 ເມສາ 2020

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 28 ເມ­ສາ 2020 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຈັດ​ກອງ​ປະ­ຊຸມ​ນາ­ຍົກ-ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເພື່ອ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ວຽກ​ງານ​ສະ­ກັດ​ກັ້ນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ 19 ແລະ ການ​ແກ້​ໄຂ​ຜົນ​ກະ­ທົບ​ທາງ​ດ້ານ​ເສດ­ຖະ­ກິດ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ບັນ­ດາ​ທ່ານ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກ່ຽວ­ຂ້ອງ ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ແລະ ຄະ­ນະ​ສະ­ເພາະ​ກິດ​ດ້ານ​ເສດ­ຖະ­ກິດ ເພື່ອ​ແກ້​ໄຂ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ ໄດ້​ພິ­ຈາ­ລະ­ນາ ແລະ ມີ​ທິດ​ຊີ້​ນຳ​ຕໍ່​ບັນ­ຫາ​ສຳ­ຄັນ ດັ່ງ­ນີ້:

ກອງ​ປະ­ຊຸມ ໄດ້​ພິ­ຈາ­ລະ­ນາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ­ພາບ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ມາດ​ຕະ­ການ​ຮັບ​ມື​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ທິດ​ທາງ​ໃນ­ຕໍ່­ໜ້າ ການ​ປະ​ເມີນ​ຄວາມ​ສ່ຽງ​ແຕ່​ລະ​ແຂວງ ແຜນ­ການ​ຜ່ອນ­ຜັນ​ບາງ​ມາດ​ຕະ­ການ ແລະ ການ​ສືບ­ຕໍ່​ປະ­ຕິ­ບັດ​ບາງ​ມາດ​ຕະ­ການ ພາຍ­ຫຼັງ​ວັນ​ທີ 03 ພຶດ­ສະ­ພາ 2020 ໂດຍ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ເປັນ​ແຕ່​ລະ​ໄລ­ຍະ ເປັນ­ຕົ້ນ ການ​ອະ­ນຸ­ຍາດ​ໃຫ້​ສຳ­ນັກ­ງານ, ອົງ­ການ ບັນ­ດາ​ບໍ­ລິ­ສັດ ເປີດ​ດຳ­ເນີນ​ການ ການ​ອະ­ນຸ­ຍາດ​ໃຫ້​ປະ­ຊາ­ຊົນ ພະ­ນັກ­ງານ-ລັດ­ຖະ­ກອນ ທະ­ຫານ​ຕຳ­ຫຼວດ ສາ­ມາດ​ອອກ​ຈາກ​ເຮືອນ ແລະ ເດີນ­ທາງ​ພາຍ​ໃນ​ແຂວງ ໂດຍ​ຮັບ­ປະ­ກັນ​ມາດ​ຕະ­ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ການ​ຈັດ​ຝຶກ​ອົບ­ຮົມ ການ​ປະ­ຊຸມ​ທາງ​ການ ກິດ­ຈະ­ກຳ​ທາງ​ສາ­ສະ­ໜາ ແລະ ກິດ­ຈະ­ກຳ​ອື່ນໆ ການ​ອະ­ນຸ­ຍາດ​ໃຫ້​ເປີດ​ດຳ­ເນີນ​ກິດ­ຈະ­ການ​ຂອງ​ບັນ­ດາ​ບໍ­ລິ­ສັດ ໂຮງ­ງານ ແລະ ໂຄງ­ການ​ໃຫຍ່​ທີ່​ປະ­ຕິ­ບັດ​ຖືກ­ຕ້ອງ​ສອດ­ຄ່ອງ​ຕາມ​ເງື່ອນ­ໄຂ ແລະ ມາດ​ຕະ­ການ​ປ້ອງ​ກັນ ຕາມ​ຂໍ້​ແນະ­ນຳ​ຂອງ ຄະ­ນະ​ສະ­ເພາະ​ກິດ ເລກ​ທີ 031/ສພກ ການ​ສືບ­ຕໍ່​ປິດ​ບາງ​ກິດ­ຈະ­ການ ການ​ເປີດ​ໂຮງ­ຮຽນ ການ​ປິດ​ດ່ານ​ຊາຍ​ແດນ ແລະ ອື່ນໆ.

ກອງ​ປະ­ຊຸມ ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19 ແລະ ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ທີ່​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ວຽກ​ງານ​ຂອງ​ຕົນ ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງ ແລະ ໄດ້​ສຸມ​ໃສ່​ຄົ້ນ­ຄວ້າ​ກະ­ກຽມ​ມາດ​ຕະ­ການ​ຕ່າງໆ​ທີ່​ຈະ​ປະ­ຕິ­ບັດ​ພາຍ­ຫຼັງ​ວັນ​ທີ 03 ພຶດ­ສະ­ພາ 2020. ພ້ອມ​ກັນ​ນີ້ ກອງ​ປະ­ຊຸມ​ໄດ້​ຊີ້​ນຳ​ໃຫ້​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19 ປັບ­ປຸງ​ລາຍ​ງານ​ດັ່ງ­ກ່າວ​ໃຫ້​ມີ​ເນື້ອ​ໃນ​ລະ­ອຽດ ຄົບ​ຖ້ວນ ຈະ­ແຈ້ງ ຕາມ​ການ​ປະ­ກອບ​ຄຳ​ເຫັນ​ຂອງ​ກອງ​ປະ­ຊຸມ ໂດຍ​ສະ­ເພາະ​ກ່ຽວ​ກັບ​ການ​ປະ​ເມີນ​ຄວາມ​ສ່ຽງ ທິດ​ທາງ​ໃນ­ຕໍ່­ໜ້າ ໃຫ້​ກຳ­ນົດ ລະ­ອຽດ​ຊັດ​ເຈນ ບໍ່​ໃຫ້​ມີ​ຊ່ອງ​ຫວ່າງ​ໃນ​ການ​ຕີ​ຄວາມ​ໝາຍ ບັນ­ດາ​ມາດ​ຕະ­ການ​ຜ່ອນ­ຜັນ​ຊົ່ວ­ຄາວ ທີ່​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ພາຍ­ຫຼັງ​ວັນ​ທີ 03 ພຶດ­ສະ­ພາ 2020 ໂດຍ​ກຳ­ນົດ​ເປັນ​ແຕ່​ລະ​ໄລ­ຍະ ໃນ​ເງື່ອນ­ໄຂ​ບໍ່​ມີ​ກໍ­ລະ­ນີ​ຕິດ­ເຊື້ອ​ໃໝ່ ແລະ ມາດ​ຕະ­ການ​ຈະ​ສືບ­ຕໍ່​ປະ­ຕິ­ບັດ ຖ້າ​ມີ​ກໍ­ລະ­ນີ​ຕິດ­ເຊື້ອ​ໃໝ່​ເກີດ​ຂຶ້ນ. ຫຼັງ​ຈາກ​ນັ້ນ ນຳ​ສະ­ເໜີ​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ກົມ​ການ­ເມືອງ​ສູນ​ກາງ​ພັກ​ພິ­ຈາ­ລະ­ນາ ແລະ ມີ​ທິດ​ຊີ້​ນຳ​ໃນ​ຂັ້ນ​ຕໍ່​ໄປ.

ກອງ​ປະ­ຊຸມ ໄດ້​ພິ­ຈາ­ລະ­ນາ​ຮ່າງ​ບົດ​ລາຍ​ງານ​ກ່ຽວ​ກັບ​ມາດ​ຕະ­ການ ​ແກ້​ໄຂ​ຜົນ​ກະ­ທົບ​ທາງ​ດ້ານ​ເສດ­ຖະ­ກິດ ຈາກ​ການ​ແຜ່​ລະ­ບາດ​ເຊື້ອ​ພະ­ຍາດ COVID-19 ໂດຍ​ລົງ​ເລິກ​ບາງ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ທີ່​ຍັງ​ບໍ່​ທັນ​ໄດ້​ກຳ­ນົດ​ອອກ​ຢ່າງ​ຊັດ​ເຈນ ຕາມ​ການ​ຊີ້​ນຳ​ຂອງ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ຄັ້ງ​ວັນ​ທີ 23 ເມ­ສາ 2020 ເປັນ­ຕົ້ນ ນະ­ໂຍ­ບາຍ​ອຸດ​ໜູນ​ແຮງ​ງານ ຢູ່​ໃນ ແລະ ນອກ​ລະ­ບົບ​ປະ­ກັນ​ສັງ­ຄົມ ນະ­ໂຍ­ບາຍ​ພາກ​ປະ­ຊາ­ຊົນ ທີ່​ຕິດ​ພັນ​ກັບ​ການ​ຫຼຸດ​ຄ່າ​ໄຟ­ຟ້າ ແລະ ນ້ຳ​ປະ­ປາ ການ​ແກ້​ໄຂ​ອຸ­ປະ­ສັກ​ການ​ຂົນ­ສົ່ງ ແລະ ຈໍ​ລະ​ຈອນ​ສິນ­ຄ້າ​ພາຍ​ໃນ​ປະ­ເທດ ແລະ ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ­ຄ້າ​ຢູ່​ບັນ­ດາ​ດ່ານ​ຊາຍ​ແດນ ການ​ຊຸກ­ຍູ້​ການ​ຜະ­ລິດ​ກະ­ສິ­ກຳ ປູກ­ຝັງ ແລະ ລ້ຽງ­ສັດ ເພື່ອ​ເປັນ​ສະ­ບຽງ​ອາ­ຫານ ແລະ ເປັນ​ສິນ­ຄ້າ ການ​ຟື້ນ​ຟູ​ຂະ­ແໜງ­ການ​ບໍ­ລິ­ການ ແລະ ການ­ທ່ອງ­ທ່ຽວ ນະ­ໂຍ­ບາຍ​ດ້ານ​ການ​ເງິນ ເງິນ­ຕາ ລວມ​ທັງ​ການ​ສົ່ງ­ເສີມ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ແລະ ຂະ­ໜາດ​ກາງ ການ​ແກ້​ໄຂ​ໜີ້​ສິນ​ຕ່າງ­ປະ­ເທດ ແລະ ຂໍ້​ສະ­ເໜີ​ຈຳ­ນວນ​ໜຶ່ງ ຂອງ​ພາກ​ທຸ­ລະ​ກິດ.

ກອງ​ປະ­ຊຸມ​ໄດ້​ມີ​ທິດ​ຊີ້​ນຳ ໃຫ້​ຄະ­ນະ​ສະ­ເພາະ​ກິດ​ດ້ານ​ເສດ­ຖະ­ກິດ​ເພື່ອ​ແກ້​ໄຂ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຄົ້ນ­ຄວ້າ ລົງ​ເລິກ​ລາຍ​ລະ­ອຽດ​ບາງ​ຈຸດ ເພື່ອ​ຮັບ­ປະ­ກັນ​ວ່າ​ນະ­ໂຍ­ບາຍ​ທີ່​ວາງ​ອອກ ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ແລ້ວ​ປັບ­ປຸງ​ຮ່າງ​ບົດ​ລາຍ​ງານ​ດັ່ງ­ກ່າວ ຕາມ​ການ​ປະ­ກອບ​ຄຳ​ເຫັນ​ຂອງ​ກອງ​ປະ­ຊຸມ​ໃຫ້​ມີ​ເນື້ອ​ໃນ ກະ­ທັດ​ຮັດ ຄົບ​ຖ້ວນ ແລະ ຈະ­ແຈ້ງ ເພື່ອ​ນຳ​ສະ­ເໜີ​ຕໍ່​ກອງ​ປະ­ຊຸມ​ກົມ​ການ­ເມືອງ​ສູນ​ກາງ​ພັກ ພິ­ຈາ­ລະ­ນາ ແລະ ມີ​ທິດ​ຊີ້​ນຳ​ໃນ​ຂັ້ນ​ຕໍ່​ໄປ.

error: Content is protected !!