ນໍ້າດື່ມຫົວເສືອ ຕອກຢໍ້າການເປັນຜູ້ນຳດ້ານຄຸນນະພາບ ກັບລາງວັນ ຫຼຽນຄຳ ແກຼນ ໂກລ ລາງວັນຄຸນນະພາບລະສູງສຸດ ປະຈຳປີ2021 ຈາກ Monde Selection

     ນະຄອນຫຼວງວຽງຈັນ ວັນທີ 09 ກັນຍາ 2021 – ຄຸນນະພາບລະດັບສາກົນຂອງ ນໍ້າດື່ມຫົວເສືອ ທີ່ຜະລິດຈາກ ບໍລິສັດ ເບຍລາວ ຈໍາກັດ ໄດ້ຖືກຢັ້ງຢືນອີກຄັ້ງ ດ້ວຍ ການໄດ້ຮັບ ລາງວັນດ້ານຄຸນນະພາບສາກົນ ປະຈໍາປີ 2021 ຈາກ Monde Selection. ໃນການໄດ້ຮັບລາງວັນຮອບໃໝ່ນີ້ ນໍ້າດື່ມຫົວເສືອ ໄດ້ຮັບລາງວັນປະເພດ ຫຼຽນຄໍາ ແກຼນ ໂກລ ເຊິ່ງເປັນລາງວັນຄຸນນະພາບສູງສຸດ ພາຍຫຼັງທີ່ກ່ອນໜ້ານີ້ໄດ້ຮັບລາງວັນນໍ້າດື່ມຄຸນນະພາບ ປະເພດ ຫຼຽນຄໍາ ຈາກ Monde Selection ໄປແລ້ວໃນປີ 2003, 2006, 2013 ແລະ 2017.

     ນໍ້າດື່ມຫົວເສືອ ເປັນຜູ້ນຳ ດ້ານຄຸນນະພາບ ອັນດັບໜຶ່ງ ໃນ ສປປ ລາວ ແລະ ຄອງໃຈຜູ້ບໍລິໂພກຍາວນານເຖິງ 24 ປີ, ເຊິ່ງລາງວັນທີ່ໄດ້ຮັບໃໝ່ນີ້ແມ່ນ ກວມເອົາທັງໝົດ 4 ຂະໜາດບັນຈຸຄື: 1.500ມລ, 600ມລ, 350ມລ ແລະ 235ມລ. ນັ້ນໄດ້ສະແດງໃຫ້ເຫັນເຖິງ ການຮັກສາຄຸນນະພາບຢ່າງຕໍ່ເນື່ອງຢູ່ສະເໝີ ແລະ ເຮັດໃຫ້ນໍ້າດື່ມຫົວເສືອ ກາຍເປັນທາງເລືອກທີ່ປອດໄພທີ່ສຸດ ໃນປະເທດລາວ ດ້ວຍການຜະລິດທີ່ໄດ້ຕາມມາດຕະຖານສາກົນໃນດ້ານຄຸນນະພາບ ແລະ ຄວາມປອດໄພ ຂອງ ບໍລິສັດ ເບຍລາວ ຈໍາກັດ. ເພື່ອຄອງໃຈ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ກັບຜູ້ບໍລິໂພກໃນລາວ, ບໍລິສັດ ເບຍລາວ ຈໍາກັດ ໄດ້ມີການລົງທຶນ ນໍາໃຊ້ນະວັດຕະກໍາ-ເຕັກໂນໂລຊີ ການຜະລິດທີ່ທັນສະໄໝ ຕະຫຼອດມາ.ເພື່ອໃຫ້ໝັ້ນໃຈວ່າ ຜູ້ບໍລິໂພກ ຈະໄດ້ຮັບຜະລິດຕະພັນທີ່ມີ ຄຸນນະພາບທີ່ດີທີ່ສຸດນັ້ນເອງ. ໃນຫຼາຍປີຜ່ານມາທາງບໍລິສັດ ກໍ່ຍັງໄດ້ຮັບໃບຢັ້ງຢືນມາດຕະຖານສາກົນຫຼາຍປະເພດໃນດ້ານຂະບວນການຜະລິດ, ຄວາມປອດໄພ ແລະ ລະບົບການຜະລິດ ທີ່ມີຄຸນນະພາບສູງບໍ່ວ່າຈະເປັນ:​ ມາດຕະຖານດ້ານຄຸນນະພາບ ISO 9001, ມາດຕະຖານການຜະລິດທີ່ດີ (GHP), ມາດຕະຖານຄວບຄຸມອັນຕະລາຍທາງອາຫານ (HACCP) ແລະ ມາດຕະຖານຄວາມປອດໄພທາງອາຫານ ISO 22000.

     “ລາງວັນ ຫຼຽນຄໍາ ແກຼນ ໂກລ ທີ່ ນໍ້າດື່ມກາຫົວເສືອ ໄດ້ຮັບຈາກ ງານມອບລາງວັນຄຸນນະພາບລະດັບສາກົນ ປະຈຳປີ 2021 ແມ່ນເປັນການຢັ້ງຢືນຢ່າງໜັກແໜ້ນເຖິງ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ ບໍລິສັດ ເບຍລາວ ຈໍາກັດ ໃນການບັນລຸ ແລະ ຮັກສາມາດຕະຖານຄຸນນະພາບລະດັບສາກົນໃຫ້ກັບຜະລິດຕະພັນຂອງພວກເຮົາ. ດ້ວຍການນໍາໃຊ້ ເຕັກໂນໂລຊີທີ່ທັນສະໄໝ ແລະ ມາດຕະຖານການຄວບຄຸມຄຸນນະພາບຂັ້ນສູງ ໂດຍນັບຕັ້ງແຕ່ ຄຸນນະພາບຂອງນໍ້າ, ລະບົບເຄື່ອງຈັກ ທີ່ໃຊ້ໃນຂະບວນການຜະລິດ ແລະ ຂະບວນການບັນຈຸທຸກຜະລິດຕະພັນຂອງພວກເຮົາ ລວມໄປເຖິງຄຸນນະພາບ ແລະ ຄຳນຶງເຖິງຄວາມສະດວກສະບາຍຂອງບັນຈຸພັນຕໍ່ຜູ້ບໍລິໂພກ, ສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງ ຄວາມມຸ້ງໝັ້ນ ຂອງພວກເຮົາທີ່ຈະສະໜອງຜະລິດຕະພັນທີ່ດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ.  ການທີ່ ນ້ຳດື່ມຫົວເສືອ ໄດ້ຮັບລາງວັນຫຼຽນຄຳດ້ານຄຸນນະພາບໃນຫຼາຍປີທີ່ຜ່ານມາ ຈົນມາຮອດປີນີ້ ທີ່ ໄດ້ຮັບລາງວັນ ຫລຽນຄຳ ແກຼນ ໂກລ ເຊິ່ງເປັນລາງວັນທີ່ໃຫຍ່ຂຶ້ນກວ່າເກົ່າ ແລະ ຖືເປັນລາງວັນຄຸນນະພາບສູງສຸດລະດັບສາກົນຂອງ Monde Selection, ໄດ້ສະແດງໃຫ້ເຫັນວ່າ ເຖິງແມ່ນວ່າຈະເປັນຜະລິດຕະພັນທີ່ລຽບງ່າຍຄືນໍ້າດື່ມ ພວກເຮົາກໍ່ສາມາດປັບປຸງໃຫ້ດີຂຶ້ນໄດ້ ດ້ວຍຄວາມມຸ້ງໝັ້ນ ແລະ ຄວາມພະຍາຍາມທີ່ໜັກແໜ້ນ” ກ່າວໂດຍ ທ່ານ ເຮນຣິກ ແອນເດີຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ.

     ການປະເມີນຢ່າງພິຖີພິຖັນ ດ້ວຍຄະນະກໍາມະການຕັດສິນຂອງ Monde Selection ລາງວັນຄຸນນະພາບ ຈາກ Monde Selection ແມ່ນ ລາງວັນປະຈຳປີທີ່ມີການດໍາເນີນງານມາຕັ້ງແຕ່ປີ ຄສ 1961, ມີສໍານັກງານໃຫຍ່ຕັ້ງຢູ່ເມືອງ ບັສເຊລລ໌, ເຊິ່ງ Monde Selection ແມ່ນໜຶ່ງໃນສະຖາບັນດ້ານຄຸນນະພາບ ຂອງ ໂລກ ທີ່ປະເມີນຄຸນນະພາບຂອງ ສິນຄ້າອຸປະໂພກ-ບໍລີໂພກ ຈາກທົ່ວທຸກມຸມທົ່ວໂລກ. ໂດຍໄດ້ເປີດໃຫ້ກວດສອບຄຸນນະພາບໃນປະເພດສິນຄ້າ: ອາຫານ, ເຄື່ອງດື່ມ ແລະ ເຄື່ອງສໍາອາງ. ເຊິ່ງລາງວັນຄຸນນະພາບນີ້ແມ່ນໄດ້ໃຊ້ຄະນະກໍາມະການຕັດສິນທີ່ເປັນຊ່ຽວຊານລະດັບສາກົນເຖິງ 80 ທ່ານໃນການປະເມີນຄຸນນະພາບ ແບບຮອບດ້ານຢ່າງລະອຽດ ພິຖີພິຖັນ ເຊິ່ງຄໍານຶງຈາກຕົ້ນກໍາເນີດ, ວັດທະນາທໍາ, ຕະຫຼາດເປົ້າໝາຍຂອງຜະລິດຕະພັນ ທັງໝົດນີ້ເພື່ອຮັບປະກັນການຕັດສິນທີ່ເປັນທໍາ ແກ່ທຸກໆຜະລິດພັນທີ່ສົ່ງມາຈາກທົ່ວໂລກນັ້ນເອງ. ເມື່ອອີງໃສ່ປະເພດຂອງຜະລິດຕະພັນການປະເມີນປະກອບມີຄື: ການທົດລອງຊີມໂດຍໃຊ້ປະສາດສໍາພັດ, ການວິເຄາະ ທາງດ້ານວິທະຍາສາດ ແລະ ກົດໝາຍ.

    ສໍາຫຼັບປະເພດຂອງເບຍ, ນໍ້າດື່ມ ແລະ ນໍ້າອັດລົມ ຄະນະກໍາມະການຕັດສິນຕ້ອງເປັນຜູ້ທີ່ມີຄວາມຊຳນານ ແລະ ມີຊື່ສຽງ ເຊິ່ງປະກອບດ້ວຍ: ນັກວິຊາການ, ນັກປຸງແຕ່ງ ແລະ ນັກວິສະວະກອນເຄມີ ທີ່ໄດ້ຮັບການຍອມຮັບໃນດ້ານຊ່ຽວຊານທາງວິທະຍາສາດການອາຫານ, ເຕັກໂນໂລຊີ ຊີວະພາບ, ວິທະຍາສາດການຜະລິດເບຍ ແລະ ເຕັກໂນໂລຊີ ການໝັກ ໂດຍຮ່ວມມືກັບ ສະຖາບັນ ມູຣີສ (Meurice Institute). ທີມຜູ້ຊ່ຽວຊານ ຈະໃຊ້ເວລາໃນການຊີມລົດຊາດ ແລະ ວິເຄາະແຕ່ລະຜະລິດຕະພັນ ເປັນແຕ່ລະມາດຕະຖານເຖິງ 25 ເງື່ອນໄຂທີ່ສໍາຄັນທີສຸດຕໍ່ກັບຜູ້ບໍລິໂພກທົ່ວໂລກ, ລວມທັງຄຸນນະພາບທາງປະສາດສຳຜັດເຊັ່ນ: ພາບລັກ, ກິ່ນ, ລົດຊາດ, ຄວາມຮູ້ສຶກຫຼັງຊິມ, ຄວາມຮູ້ສຶກໃນປາກ, ຄວາມກົມກືນ, ລວມທັງຮູບຮ່າງໜ້າຕາຂອງການຫຸ້ມຫໍ່ເຊັ່ນ: ການອອກແບບ, ຄຸນນະພາບ, ຄວາມສະດວກສະບາຍຂອງການນໍາໃຊ້ ແລະ ຂໍ້ມູນຂອງຜະລິດຕິພັນທີ່ໃຫ້ມາ. ເພື່ອໃຫ້ໄດ້ ຫລຽນຄໍາ ແກຼນໂກລ ທີ່ເປັນລາງວັນຄຸນນະພາບສູງສຸດ, ຜະລິດຕະພັນ ຕ້ອງໄດ້ຄະແນນ ລວມກັນຢູ່ລະຫວ່າງ 90%-100%.

    ທ່ານສາມາດຕິດຕາມ ຂ່າວສານອັບເດດ ຈາກທາງນໍ້າດື່ມຫົວເສືອໄດ້ທີ່:

https://www.facebook.com/tigerheadlaos/

error: Content is protected !!