ຟອດ ສືບຕໍ່ມອບທຶນຊ່ວຍເຫຼືອໃຫ້ອົງການວຽງຈັນສີຂຽວ

    ບໍລິສັດ ລາວຟອດ ຊີຕີ ມອບທຶນຊ່ວຍເຫຼືອມູນຄ່າ 5.000 ໂດລາສະຫະລັດ ໃຫ້ອົງການວຽງຈັນສີຂຽວ ວັນທີ 9 ກັນຍາ 2021 ຢູ່ບໍລິສັດດັ່ງກ່າວ ເຊິ່ງໄລຍະຜ່ານມາ ບໍລິສັດ ລາວຟອດ ຊີຕີ ກໍໄດ້ໃຫ້ການຊ່ວຍເຫຼືອມາໂດຍຕະຫຼອດ ຍ້ອນວ່າພວກເຮົາເອົາໃຈໃສ່ໃນການຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ປຸກລະດົມໃຫ້ທຸກຄົນຮ່ວມກັນຮັກສາບໍ່ໃຫ້ເກີດພາວະໂລກຮ້ອນໄປດ້ວຍກັນ.

    ບໍລິສັດ ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດ ຊີຕີ ໄດ້ເລີ່ີມມອບທຶນຊ່ວຍເຫຼືອນັບແຕ່ປີ 2012-2019 ເຊິ່ງປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງ ໂດຍມອບທຶນ 20.000 ໂດລາສະຫະລັດ ປີ 2013 ມອບທຶນສ້າງໂຮງຮຽນບ້ານຊໍ້ 20.000 ໂດລາສະຫະລັດ ປີ 2014 ມອບທຶນໃຫ້ອົງການ LIRE ເພື່ອເຝິກອົບຮົບໜ່ວຍກູ້ໄພ 1623 ມູນຄ່າ 20.000 ໂດລາສະຫະລັດ ປີ 2015 ມອບທຶນການສຶກສາໃຫ້ໂຮງຮຽນ LANITH ມູນຄ່າ 20.000 ໂດລາສະຫະລັດ ປີ 2016 ມອບທຶນສະໜູນໃຫ້ອົງການສຸພານິມິດສາກົນ ປະຈຳລາວ ມູນຄ່າ 25.000 ໂດລາສະຫະລັດ ປີ 2017 ມອບທຶນໃຫ້ອົງການກົງຟຣູອ່ອງ ເພື່ອອະນຸຮັກປົກປັກຮັກສາສິ່ງແວດລ້ອມໃນລາວ ມູນຄ່າ 25.000 ໂດລາສະຫະລັດ ປີ 2018 ມອບທຶນໃຫ້ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກ ມູນຄ່າ 25.000 ໂດລາສະຫະລັດ ປີ 2019 ມອບທຶນໃຫ້ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ 20.000 ໂດລາສະຫະລັດ ແລະ ອົງການວຽງຈັນສີຂຽວ 5.000 ໂດລາສະຫະລັດ (ລວມ 25.000 ໂດລາສະຫະລັດ).

    ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດ ຊີຕີ ໄດ້ສືບຕໍ່ມອບທຶນຊ່ວຍເຫຼືອປີ 2021 ໂດຍເລືອກເອົາອົງການວຽງຈັນສີຂຽວ ມູນຄ່າ 5.000 ໂດລາສະຫະລັດ ເຊິ່ງຈະໝູນໃຊ້ໃນການສະໜອງການພັດທະນາເຂດຊຸມຊົນໃຫ້ມີຄວາມສະອາດ ແລະ ກວດກາເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ແຂວງຫົວພັນ.

    ໃນໄລຍະທີ່ມີການລະບາດຂອງເຊື້ຶອພະຍາດໂຄວິດ-19 ບໍລິສັດ ລາວຟອດ ຊີຕີ ຍັງໄດ້ຈັດງົບປະມານຈຳນວນໜຶ່ງ ເພື່ອຊ່ວຍຊຸກຍູ້ອ້າຍນ້ອງທະຫານ ຕຳຫຼວດ ແລະ ແພດໝໍ ທີ່ເປັນແນວໜ້າຕໍ່ສູ້ກັບພະຍາດ ເພື່ອປະຊາຊົນທຸກຄົນ ໃນນີ້ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ອາຫານ ເຄື່ອງດື່ມ ລວມທັງພາຫະນະນຳໃຊ້ໃນການຮັບມືກັບພະຍາດໂຄວິດ-19 ທີ່ກຳລັງລະບາດໃນປັດຈຸບັນ ພວກເຮົາຍັງຈະສຶບຕໍ່ປະຕິບັດ ແລະ ຊຸກຍູ້ໃຫ້ໜ່ວຍງານທີ່ເປັນແນວໜ້າຂອງພວກເຮົາຕື່ມອີກ. 

# ຂ່າວ & ຮູບ: ສະບາໄພ

error: Content is protected !!